• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສູ້ຊົນຮອດປີ 2030 ແມ່ນປະເທດພວມພັດທະນາມີອຸດສາຫະກຳທັນສະໄໝ

ກອງປະຊຸມໃຫຍ່ຄັ້ງນີ້ໄດ້ວາງເປົ້າໝາຍສູ້ຊົນຮອດປີ 2030 ແມ່ນປະເທດພວມພັດທະນາ ມີພື້ນຖານອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ, ຂຶ້ນກັບກຸ່ມ 30 ພື້ນຖານເສດຖະກິດມີຂອບຂະໜາດ GDP ແຖວໜ້າໂລກ, ບືນຕົວຂຶ້ນຢືນອັນດັບທີ 3 ຢູ່ພາກພື້ນ ອາຊຽນ.
(ທີ່ກອງປະຊຸມໃຫຍ່)

ດ້ວຍທິດນຳທີ່ວ່າ “ສາມັກຄີລະບຽບວິໄນ - ປະຊາທິປະໄຕປ່ຽນແປງໃໝ່-ບຸກທະລຸພັດທະນາ - ໃກ້ຊິດກັບປະຊາຊົນ, ເພື່ອປະຊາຊົນ!” ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານຄັ້ງທີ 1 ອາຍຸການ 2025 – 2030 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 13 ຕຸລາ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃຫຍ່; ພ້ອມກັບທ່ານປະທານ ເລືອງເກື່ອງ; ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ; ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກພ້ອມກັນເຂົ້າ.

ໃນອາຍຸການຜ່ານມາ, ອົງຄະນະພັກລັດຖະບານໄດ້ສຸມໃສ່ຊີ້ນຳ, ປະຕິບັດ 3 ຂອດບຸກທະລຸຍຸດທະສາດ, 6 ໜ້າທີ່ຈຸດສຸມ, 12 ໝວດມາດຕາການຫຼັກຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແລະ ສຸມໃສ່ກໍ່ສ້າງ, ປັບປຸງພັກໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຮັບປະກັນການໜູນຊ່ວຍສັງຄົມ…

ກ່າວຄຳເຫັນທີ່ພິທີໄຂ, ທ່ານເລຂາຄະນະພັກລັດຖະບານ, ນາຍົກລັດຖະມົນຕີ ຟ້າມມິນຈິງ, ຊີ້ແຈ້ງວ່າ:

“ກອງປະຊຸມແມ່ນເຫດການການເມືອງສຳຄັນພິເສດຂອງອົງຄະນະພັກລັດຖະບານ, ແມ່ນຂີດໝາຍປະຫວັດສາດໃນວິວັດການສ້າງລັດຖະບານຊື່ກົງບໍລິສຸດ, ສ້າງສັນ, ມີການກະທຳ, ເພື່ອປະເທດຊາດ ແລະ ປະຊາຊົນ. ອົງຄະນະພັກລັດຖະບານແມ່ນແກ່ນສານຊີ້ນຳການເມືອງສຳລັບການເຄື່ອນໄຫວຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ອົງການຂຶ້ນກັບ, ພິເສດແມ່ນວຽກງານຊີ້ນຳ, ບໍລິຫານ, ຄຸ້ມຄອງລັດຂອງລັດຖະບານ, ຮັບປະກັນການຫັນເປັນລະບອບລະບຽບການ ແລະ ຈັດຕັ້ງການປະຕິບັດຢ່າງທັນການ, ມີປະສິດທິຜົນບັນດາແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ, ລັດ, ປະກອບສ່ວນປະຕິບັດບັນດາເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກໃນບັນດາຂົງເຂດ”.

ກອງປະຊຸມໃຫຍ່ຄັ້ງນີ້ໄດ້ວາງເປົ້າໝາຍສູ້ຊົນຮອດປີ 2030 ແມ່ນປະເທດພວມພັດທະນາ ມີພື້ນຖານອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ, ຂຶ້ນກັບກຸ່ມ 30 ພື້ນຖານເສດຖະກິດມີຂອບຂະໜາດ GDP ແຖວໜ້າໂລກ, ບືນຕົວຂຶ້ນຢືນອັນດັບທີ 3 ຢູ່ພາກພື້ນ ອາຊຽນ. ລະດັບເຕີບໂຕ GDP ຄິດສະເລ່ຍບັນລຸ 10%/ປີ ຂຶ້ນໄປ; GDP ຄິດສະເລ່ຍຕໍ່ຫົວຄົນຮອດປີ 2030 ບັນລຸປະມານ 8.500 USD.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ.

Top