ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານອາຍຸການ 2025 – 2030 ສະແດງໃຫ້ເຫັນຄວາມມຸ່ງຫວັງ, ຈິດໃຈຂອງ ອົງຄະນະພັກລັດຖະບານໃນອາຍຸການໃໝ່ດ້ວຍຄວາມຕັດສິນໃຈ ສ້າງອົງຄະນະພັກລັດຖະບານປອດໄສ, ໝັ້ນຄົງເຂັ້ມແຂງ, ມີຄວາມສາມັກຄີ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
ຕອນບ່າຍວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ອົງຄະນະພັກລັດຖະບານຄັ້ງທີ 1 ໄດ້ອັດລົງພາຍຫຼັງດຳເນີນມາເປັນເວລາ 2 ວັນ. ກອງປະຊຸມໃຫຍ່ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ປະຕິບັດສຳເລັດທຸກເນື້ອໃນ, ໂຄງການວາງອອກຕາມຂໍ້ກຳນົດ. ກ່າວຄຳເຫັນອັດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານຄັ້ງທີ 1, ອາຍຸການ 2025 – 2030 ໄດ້ປະຕິບັດສຳເລັດຢ່າງຈົບງາມທີ່ສຸດ. ເພື່ອປະຕິບັດຢ່າງຂ້ຽວຂາດ, ຄົບຊຸດ, ມີປະສິດທິຜົນບັນດາເປົ້າໝາຍ, ໜ້າທີ່ວາງອອກ, ຕາງໜ້າຄະນະປະທານ ແລະ ກອງປະຊຸມ, ຂ້າພະເຈົ້າຮຽກຮ້ອງອົງຄະນະພັກທຸກຂັ້ນ, ອົງການຈັດຕັ້ງພັກ ແລະ ໝູ່ຄະນະຖັນແຖວພະນັກງານ, ສະມາຊິກພັກຂຶ້ນກັບ ອົງຄະນະພັກລັດຖະບານສືບຕໍ່ສືບທອດ, ເສີມຂະຫຍາຍມູນເຊື້ອ ອົງອອາດກ້າແກ່ນ ແລະ ບັນດາຜົນສຳເລັດຂອງອາຍຸການກ່ອນໆ
ກອງປະຊຸມໄດ້ຮັບຮອງເອົາມະຕິດ້ວຍບັດສະໜັບສະໜູນ 100%. ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານອາຍຸການ 2025 – 2030 ສະແດງໃຫ້ເຫັນຄວາມມຸ່ງຫວັງ, ຈິດໃຈຂອງ ອົງຄະນະພັກລັດຖະບານໃນອາຍຸການໃໝ່ດ້ວຍຄວາມຕັດສິນໃຈ ສ້າງອົງຄະນະພັກລັດຖະບານປອດໄສ, ໝັ້ນຄົງເຂັ້ມແຂງ, ມີຄວາມສາມັກຄີ, ເປັນແບບຢ່າງນຳໜ້າວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ, ເພີ່ມທະວີບຸກທະລຸ, ພັດທະນາປະເທດຊາດໂດຍໄວ ແລະ ຍືນຍົງໃນສັງກາດບຸກບືນຂອງຊາດ ທີ່ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ສີວິໄລ, ມີຄວາມຜາສຸກ.
(ແຫຼ່ງຄັດຈາກ VOV)