ສິ່ງດັ່ງກ່າວສະແດງໃຫ້ເຫັນການເຕີບໂຕບຸກທະລຸ, ຢືນຢັນບົດບາດນຳພາ ແລະ ເສົາຄ້ຳໃນການເຄື່ອນໄຫວສົ່ງອອກຂອງທັງປະເທດ.
ທີ່ກອງປະຊຸມຖະແຫຼງຂ່າວ (ພາບ: daibieunhandan.vn)
ຕາມຕົວເລກຫຼ້າສຸດຂອງກະຊວງອຸດສາຫະກຳການຄ້າ ຫວຽດນາມ, ໃນ 9 ເດືອນຜ່ານມາ, ວົງເງິນສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ບັນລຸ 680.6 ຕື້ USD. ໃນຈຳນວນ 32 ປະເພດສິນຄ້າບັນລຸວົງເງິນການຄ້າສົ່ງອອກກວ່າ 1 ຕື້ USD, ມີສິນຄ້າ 7 ປະເພດບັນລຸກວ່າ 10 ຕື້ USD ດ້ວຍບັນດາຕະຫຼາດສົ່ງອອກຕົ້ນຕໍ, ລວມມີ: ອາເມລິກາ, ຈີນ, ອີຢູ, ອາຊຽນ, ຍີ່ປຸ່ນ… ສິ່ງດັ່ງກ່າວສະແດງໃຫ້ເຫັນການເຕີບໂຕບຸກທະລຸ, ຢືນຢັນບົດບາດນຳພາ ແລະ ເສົາຄ້ຳໃນການເຄື່ອນໄຫວສົ່ງອອກຂອງທັງປະເທດ.
ແງ່ຫວັງໃນຊຸມເດືອນທ້າຍປີ 2025 ໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ຕັ້ງໜ້າ, ເມື່ອວິສາຫະກິດ ຫວຽດນາມ ໄດ້ເປັນເຈົ້າການກຳແໜ້ນໂອກາດຈາກບັນດາສັນຍາການຄ້າເສລີ ແລະ ການຫັນປ່ຽນໃບສັ່ງຊື້ສິນຄ້າຈາກບັນດາປະເທດໃນພາກພື້ນ. ຕາມກະຊວງອຸດສາຫະກຳການຄ້າ ຄາດຄະເນວ່າ ຍອດວົງເງິນສົ່ງອອກ - ນຳເຂົ້າສິນຄ້າຂອງທັງປີອາດຈະບັນລຸເປົ້າໝາຍໃໝ່ປະມານ 900 ຕື້ USD.
(ແຫຼ່ງຄັດຈາກ VOV)