• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ວຽກ​ງານ​​ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ​​ຕ້ອງ​ເປີດ​ເສັ້ນ​ທາງ​ໃຫ້​ແກ່​ຂໍ້​ລະ​ເລີ່ມ​ພັດ​ທະ​ນາ

ທ່ານເລຂາທິການໃຫຍ່ ໂຕເລິມ ຫົວໜ້າຄະນະຊີ້ນຳ ເນັ້ນໜັກວ່າ ຮັບປະກັນບັນດາມາດຕະການປັບປຸງລະບອບລະບຽບການກົດໝາຍໃຫ້ສົມບູນແບບຕ້ອງມີລັກສະນະຕົວຈິງ ແລະ ວິທະຍາສາດສູງ.
ທ່ານເລຂາທິການໃຫຍ່ ໂຕເລິມກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 5 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການປັບປຸງລະບອບລະບຽບການກົດໝາຍ ໃຫ້ສົມບູນແບບ(ຄະນະຊີ້ນຳ) ໄດ້ຈັດກອງປະຊຸມຄັ້ງທີໜຶ່ງ ເພື່ອພິຈາລະນາ, ປະກອບຄຳເຫັນກ່ຽວກັບ: ຮ່າງກົດໝາຍຂໍ້ກຳນົດການເຮັດວຽກຂອງຄະນະຊີ້ນຳ; ຮ່າງບົດລາຍງານມອບໝາຍໜ້າທີ່ຂອງບັນດາສະມາຊິກຄະນະຊີ້ນຳ, ຮ່າງໂຄງການປະຕິບັດງານປີ 2025 ຂອງ ຄະນະຊີ້ນຳ, ບົດລາຍງານກ່ຽວກັບສະພາບການປະກອບຄຳເຫັນຂອງປະຊາຊົນກ່ຽວກັບການປັບປຸງ, ເພີ່ມເຕີມລັດຖະທຳມະນູນ 2013, ບົດລາຍງານກ່ຽວກັບສະພາບການ, ໝາກຜົນຂອງການປັບປຸງ ກົດໝາຍປະຕິບັດການແບ່ງຂັ້ນ, ແບ່ງອຳນາດ, ແບ່ງສິດອຳນາດໃຫ້ສົມບູນແບບ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ຫົວໜ້າຄະນະຊີ້ນຳ ເນັ້ນໜັກວ່າ ຮັບປະກັນບັນດາມາດຕະການປັບປຸງລະບອບລະບຽບການກົດໝາຍໃຫ້ສົມບູນແບບຕ້ອງມີລັກສະນະຕົວຈິງ ແລະ ວິທະຍາສາດສູງ. ບັນດາບັນຫາດ້ານວິຊາການອາດສາມາດຂໍຄຳເຫັນຈາກບັນດາຜູ້ຊ່ຽວຊານໃຫ້ຄຳປຶກສາ. ທ່ານເລຂາທິການໃຫຍ່ຮຽກຮ້ອງຕ້ອງປະຕິບັດການຜັນຂະຫຍາຍຢ່າງຂ້ຽວຂາດ, ຮີບດ່ວນ ແລະ ຕ້ອງວັດແທກໄດ້ໝາກຜົນທີ່ບັນລຸໄດ້.

(ແຫຼ່ງຄັດຈາກ VOV)

ECB ຫຼຸດ​ຜ່ອນ​ອັດ​ຕາ​ດອກ​ເບ້ຍ

ECB ຫຼຸດ​ຜ່ອນ​ອັດ​ຕາ​ດອກ​ເບ້ຍ

ປັດຈຸບັນ ໄພເງິນເຟີ້ ໃນ Eurozone ໄດ້ຮັບການຄວບຄຸມພາຍຫຼັງການເພີ່ມຂຶ້ນຢ່າງແຮງຍ້ອນພະຍາດໂຄວິດ - 19, ບັນລຸ 1,9%ໃນເດືອນພຶດສະພາ 2025.

Top