• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ວິ​ວັດ​ທະ​ນາ​ການ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ໄດ້​ດຳ​ເນີນ​ຢ່າງ​ພິ​ຖີ​ພິ​ຖັນ ແລະ ມີ​ແບບ​ມີ​ແຜນ

ຕອນເຊົ້າວັນທີ 15 ທັນວາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ, ຫົວໜ່ວຍເລືອກຕັ້ງເຂດ 1 ພົບປະກັບຜູ້ມີສິດເລືອກຕັ້ງ 11 ເທດສະບານໃນບໍລິເວນນະຄອນ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະ

ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ວິວັດທະນາການກະກຽມພວມໄດ້ດຳເນີນຢ່າງພິຖີພິຖັນ, ມີແບບມີແຜນ ແລະ ໄດ້ຮັບຄວາມເອົາໃຈໃສ່, ປະກອບຄຳເຫັນຢ່າງມີຄວາມຮັບຜິດຊອບຂອງປະຊາຊົນໃນທົ່ວປະເທດ. ເລື່ອງຮັບເອົາຄຳເຫັນປະກອບເຂົ້າໃນຮ່າງເອກະສານກອງປະຊຸມໃຫຍ່ ໄດ້ຮັບການປະຕິບັດຖືກເຂັ້ມງວດ, ມີປະສິດທິຜົນ ແລະ ແທດຈິງ. ທ່ານເລຂາທິການໃຫຍ່ ກໍຕີລາຄາສູງເລື່ອງນະຄອນພວມຍູ້ແຮງການປັບປຸງການຈັດຕັ້ງກົງຈັກຢ່າງສົມບູນແບບ.

        “ຂ້າພະເຈົ້າມີຄວາມຊົມເຊີຍບັນດານະໂຍບາຍຂອງນະຄອນພັດທະນາລະບົບຄົມມະນາຄົມສາທາລະນະສີຂຽວ ຕ້ອງມີຂັ້ນຕອນຄວບຄຸມຢ່າງແໜ້ນແຟ້ນ, ແຫຼ່ງປ່ອຍອາຍພິດ ແລະ ຕ້ອງແກ້ໄຂຢ່າງເຂັ້ມງວດ. ນີ້ກໍແມ່ນຄຳຮຽກຮ້ອງທີ່ຮີບດ່ວນ ແລະ ຈຳເປັນສຳລັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ສະເພາະບັນຫາເປັນມົນລະພິດອາກາດ, ກຳລັງຕຳຫຼວດຕ້ອງເຂົ້າຮ່ວມສ້າງສຳນວນຄະດີ, ແກ້ໄຂບັນດາເປົ້າໝາຍທີ່ສົມຮູ້ຮ່ວມຄິດກັບບັນດາໂຮງຈັກໂຮງງານ, ສະຖານີຕິດຕັ້ງເຄື່ອງວັດແທກ ທີ່ປະກາດບັນດາຕົວເລກທີ່ບໍ່ຖືກຕ້ອງກ່ຽວກັບລະດັບມົນລະພິດ.”

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ກຽມພ້ອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ.

Top