Meiko ແມ່ນກຸ່ມບໍລິສັດເອເລັກໂຕນິກທີ່ມີປະຫວັດຄວາມເປັນມາກວ່າ 50 ປີ (ໄດ້ຮັບການສ້າງຕັ້ງແຕ່ປີ 1975) ຢູ່ແຂວງ Kanagawa, ປະເທດ ຍີ່ປຸ່ນ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ Tsuchibashi Akito, ປະທານກຸ່ມບໍລິສັດ Meiko ປາດຖະໜາຢາກສ້າງຕັ້ງຮາກຖານຄົ້ນຄ້ວາ ແລະ ພັດທະນາ (R&D) ແຫ່ງໃໝ່ຢູ່ ຫວຽດນາມ, ເພື່ອແນໃສ່ຍູ້ແຮງການຄົ້ນຄ້ວາ ແລະ ພັດທະນາບັນດາອຸປະກອນທີ່ຫັນເປັນອັດຕະໂນມັດ, ຫຸ່ນຍົນຮູບຮ່າງຄືມະນຸດ (Humanoid Robot), ກໍ່ຄືບັນດາອຸປະກອນສຳລັບປັນຍາປະດິດທາງກາຍະພາບ (Physical AI).
ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເນັ້ນໜັກວ່າ: ຫວຽດນາມ ບໍ່ພຽງແຕ່ຢາກຮັບບັນດາໂຮງຈັກຜະລິດເທົ່ານັ້ນ, ຫາກຍັງປາດຖະໜາຢາກພ້ອມກັບບັນດາຄູ່ຮ່ວມມືຄື Meiko ເປັນເຈົ້າເຕັກໂນໂລຊີເທື່ອລະກ້າວ, ເຂົ້າຮ່ວມໃນຂອດທີ່ມີມູນຄ່າສູງຂອງລະບົບມູນຄ່າເຄື່ອງຊັກນຳ ໄຟຟ້າ ແລະ ເອເລັກໂຕນິກທົ່ວໂລກເລິກເຊິ່ງກວ່າ, ທ່ານກ່າວວ່າ:
“ນຳ ຫວຽດນາມ ກາຍເປັນເສົາຄ້ຳໃນຍຸດທະສາດພັດທະນາຂອງກຸ່ມບໍລິສັດ. ຂ້າພະເຈົ້າໄດ້ຮູ້ວ່າ Meiko ໄດ້ວາງເປົ້າໝາຍນຳບັນດາຮາກຖານຢູ່ ຫວຽດນາມ ກາຍເປັນສູນຄົ້ນຄ້ວາ, ພັດທະນາ ແລະ ຜະລິດຂອງກຸ່ມບໍລິສັດໃນປີ 2030, ດ້ວຍແຜນການເລີ່ມລົງມືກໍ່ສ້າງສູນ R&D ຢູ່ ຮວ່າລາກ ໃນປີ 2027. ນີ້ແມ່ນການກຳນົດທິດຍຸດທະສາດ, ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງກຸ່ມບໍລິສັດສຳລັບ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ. ລັດຖະບານ ຫວຽດນາມ ສືບຕໍ່ສ້າງເງື່ອນໄຂສະດວກກ່ຽວກັບລະບອບລະບຽບການ, ໂຄງລ່າງ ແລະ ແຫຼ່ງກຳລັງ ເພື່ອໃຫ້ Meiko ຜັນຂະຫຍາຍບັນດາໂຄງການຢ່າງມີປະສິດທິຜົນ, ພີເສດແມ່ນສູນ R&D ຮວ່າລາກ. ສະເໜີໃຫ້ກຸ່ມບໍລີສັດສືບຕໍ່ຮ່ວມເດີນທາງກັບບັນດາຄູ່ຮ່ວມມືຢູ່ ຫວຽດນາມ ຕາມທິດພັດທະນາສີຂຽວ, ຍືນຍົງ, ຮັບປະກັນສິ່ງແວດລ້ອມ, ຄວາມປອດໄພໃນການອອກແຮງງານ ແລະ ສິດຜົນປະໂຫຍດຂອງຜູ້ອອກແຮງງານ”.






