ຂ່າວສານ

ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢ້ຽມຢາມກຸ່ມບໍລິສັດ Meiko, ຍີ່ປຸ່ນ

ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ຕອນບ່າຍວັນທີ 10 ພະຈິກ (ຕາມເວລາ ທ້ອງຖິ່ນ), ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມ ກຸ່ມບໍລິສັດ Meiko. ນີ້ແມ່ນໜຶ່ງໃນບັນດາກຸ່ມບໍລິສັດເອເລັກໂຕນິກແຖວໜ້າຂອງ ຍີ່ປຸ່ນ.
ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢ້ຽມຢາມກຸ່ມບໍລິສັດ Meiko, ຍີ່ປຸ່ນ (ພາບ: VNA)

Meiko ແມ່ນ​ກຸ່ມ​ບໍ​ລິ​ສັດ​ເອ​ເລັກ​ໂຕ​ນິກທີ່ມີ​ປະ​ຫວັດ​ຄວາມເປັນມາ​ກວ່າ 50 ປີ (ໄດ້​ຮັບ​ການ​ສ້າງ​ຕັ້ງ​ແຕ່​ປີ 1975) ຢູ່​ແຂວງ Kanagawa, ປະ​ເທດ ຍີ່​ປຸ່ນ​.

​ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​, ທ່ານ Tsuchibashi Akito, ປະ​ທານ​ກຸ່ມ​ບໍ​ລິ​ສັດ Meiko ປາດ​ຖະ​ໜາ​ຢາກ​ສ້າງ​ຕັ້ງຮາກ​ຖານ​ຄົ້ນ​ຄ້ວາ ແລະ ພັດ​ທະ​ນາ (R&D) ແຫ່ງ​ໃໝ່​ຢູ່ ຫວຽດ​ນາມ​, ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ຄົ້ນ​ຄ້ວາ ແລະ ພັດ​ທະ​ນາ​ບັນ​ດາ​ອຸ​ປະ​ກອນທີ່​ຫັນ​ເປັນ​ອັດ​ຕະ​ໂນ​ມັດ​, ຫຸ່ນຍົນຮູບຮ່າງຄືມະນຸດ​ (Humanoid Robot), ກໍ່​ຄື​ບັນ​ດາ​ອຸ​ປະ​ກອນສຳລັບປັນຍາປະດິດທາງກາຍະພາບ (Physical AI).

ທ່ານ ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ ເນັ້ນ​ໜັກ​ວ່າ​: ຫວຽດ​ນາມ ບໍ່​ພຽງ​ແຕ່​ຢາກ​ຮັບ​ບັນ​ດາ​ໂຮງ​ຈັກ​ຜະ​ລິດ​ເທົ່າ​ນັ້ນ​, ຫາກ​ຍັງ​ປາດ​ຖະ​ໜາ​ຢາກ​ພ້ອມ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຄື Meiko ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຊີ​ເທື່ອ​ລະ​ກ້າວ​, ເຂົ້າ​ຮ່ວມໃນ​ຂອດທີ່​ມີ​ມູນ​ຄ່າ​ສູງ​ຂອງ​ລະ​ບົບ​ມູນ​ຄ່າ​ເຄື່ອງ​ຊັກ​ນຳ ໄຟ​ຟ້າ ແລະ ເອ​ເລັກ​ໂຕ​ນິກ​ທົ່ວ​ໂລກ​ເລິກ​ເຊິ່ງກວ່າ​, ທ່ານ​ກ່າວ​ວ່າ​:

“ນຳ ຫວຽດ​ນາມ ກາຍ​ເປັນ​ເສົາ​ຄ້ຳໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ກຸ່ມ​ບໍ​ລິ​ສັດ​. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ​ Meiko ໄດ້​ວາງ​ເປົ້າໝາຍ​ນຳ​ບັນ​ດາ​ຮາກ​ຖານ​ຢູ່ ຫວຽດ​ນາມ ກາຍ​ເປັນ​ສູນ​ຄົ້ນ​ຄ້ວາ​, ພັດ​ທະ​ນາ ແລະ ຜະ​ລິດ​ຂອງ​ກຸ່ມ​ບໍ​ລິ​ສັດ​ໃນ​ປີ 2030, ດ້ວຍ​ແຜນ​ການ​ເລີ່ມ​ລົງ​ມື​ກໍ່​ສ້າງ​ສູນ R&D ຢູ່ ຮວ່າ​ລາກ ໃນ​ປີ 2027. ນີ້​ແມ່ນ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​, ສະ​ແດງ​ໃຫ້ເຫັນຄວາມ​ເຊື່ອ​ໝັ້ນ​ຂອງ​ກຸ່ມ​ບໍ​ລິ​ສັດສຳ​ລັບ ຫວຽດ​ນາມ ແລະ ປະ​ຊາ​ຊົນ ຫວຽດ​ນາມ​. ລັດ​ຖະ​ບານ ຫວຽດ​ນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ກ່ຽວ​ກັບ​ລະບອບລະ​ບຽບການ​, ໂຄງ​ລ່າງ ແລະ ແຫຼ່ງ​ກຳ​ລັງ ເພື່ອ​ໃຫ້ Meiko ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຢ່າງມີ​ປະ​ສິດ​ທິ​ຜົນ​, ພີ​ເສດ​ແມ່ນ​ສູນ R&D ຮວ່າ​ລາກ​. ສະ​ເໜີ​ໃຫ້​ກຸ່ມ​ບໍ​ລີ​ສັດ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ກັບ​ບັນ​ດາ​ຄູ່​ຮ່ວມ​ມືຢູ່ ຫວຽດ​ນາມ ຕາມ​ທິດ​ພັດ​ທະ​ນາ​ສີ​ຂຽວ​, ຍືນຍົງ​, ຮັບ​ປະ​ກັນ​ສິ່ງ​ແວດ​ລ້ອມ​, ຄວາມ​ປອດ​ໄພ​ໃນ​ການ​ອອກ​ແຮງ​ງານ ແລະ ສິດ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ອອກ​ແຮງ​ງານ​”.


top