ເມື່ອແລກປ່ຽນກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ເລຮວ່າຍຈູງ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ເພີ່ມທະວີການເຊື່ອມຕໍ່ກັບບັນດາກະຊວງ, ຂະແໜງການ, ວິສາຫະກິດ ແລະ ສະຫະສະມາຄົມຂອງສອງປະເທດ ເພື່ອປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ; ພິຈາລະນາການເຈລະຈາ, ລົງນາມໃນຂໍ້ຕົກລົງສຳຄັນສະບັບຕ່າງໆ ສ້າງກອບການຮ່ວມມືທີ່ມີສະຖຽນລະພາບ, ໃນນັ້ນ ມີຂໍ້ຕົກລົງທາງດ້ານການຄ້າ, ການລົງທຶນ; ສົ່ງເສີມບັນດາບໍລິສັດການບິນເປີດຖ້ຽວການບິນໂດຍກົງ ຫຼື ຖ້ຽວການບິນເຊື່ອມຕໍ່ທີ່ສະດວກລະຫວ່າງສອງປະເທດ… ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີກໍສະເໜີໃຫ້ທ່ານເອກອັກຄະລັດຖະທູດ ແລະ ລັດຖະບານ ເນປານ ໃຫ້ຄວາມເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ເນປານ ດຳລົງຊີວິດ, ຮ່ຳຮຽນ ແລະ ດຳເນີນທຸລະກິດຢ່າງສະດວກສະບາຍ.
ສ່ວນທ່ານເອກອັກຄະລັດຖະທູດ Dhan Bahadur Oli ເນັ້ນໜັກວ່າ ເນປານ ປາດຖະໜາຢາກຮຽນຮູ້ປະສົບການ ແລະ ຮູບແບບພັດທະນາເສດຖະກິດ, ສັງຄົມ, ເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ; ພ້ອມທັງຢັ້ງຢືນວ່າ ຈະສ້າງບັນດາແຜນການລະອຽດ ເພື່ອຊຸກຍູ້ການຮ່ວມມືທາງດ້ານການຄ້າ, ການລົງທຶນ, ພະລັງງານ, ວິທະຍາສາດ - ເຕັກໂນໂລຢີ, ວັດທະນະທຳ, ການທ່ອງທ່ຽວ, ການສຶກສາ ແລະ ບຳລຸງສ້າງ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະ ເນປານ.







