ຂ່າວສານ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ເນ​ປານ

ຕອນບ່າຍວັນທີ 13 ທັນວາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Dhan Bahadur Oli, ເອກອັກຄະລັດຖະທູດບໍ່ປະຈຳການຂອງ ສາທາລະນະລັດ ປະຊາທິປະໄຕ ສະຫະພັນ ເນປານ ປະຈຳ ຫວຽດນາມ, ເນື່ອງໃນໂອກາດທ່ານມາຍື່ນສານຕາຕັ້ງ.
ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຕ້ອນຮັບທ່ານ Dhan Bahadur Oli, ເອກອັກຄະລັດຖະທູດບໍ່ປະຈຳການຂອງ ສາທາລະນະລັດ ປະຊາທິປະໄຕ ສະຫະພັນ ເນປານ (ພາບ: ກະຊວງການຕ່າງປະເທດ)

ເມື່ອແລກປ່ຽນກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ເລຮວ່າຍຈູງ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ເພີ່ມທະວີການເຊື່ອມຕໍ່ກັບບັນດາກະຊວງ, ຂະແໜງການ, ວິສາຫະກິດ ແລະ ສະຫະສະມາຄົມຂອງສອງປະເທດ ເພື່ອປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ; ພິຈາລະນາການເຈລະຈາ, ລົງນາມໃນຂໍ້ຕົກລົງສຳຄັນສະບັບຕ່າງໆ ສ້າງກອບການຮ່ວມມືທີ່ມີສະຖຽນລະພາບ, ໃນນັ້ນ ມີຂໍ້ຕົກລົງທາງດ້ານການຄ້າ, ການລົງທຶນ; ສົ່ງເສີມບັນດາບໍລິສັດການບິນເປີດຖ້ຽວການບິນໂດຍກົງ ຫຼື ຖ້ຽວການບິນເຊື່ອມຕໍ່ທີ່ສະດວກລະຫວ່າງສອງປະເທດ… ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີກໍສະເໜີໃຫ້ທ່ານເອກອັກຄະລັດຖະທູດ ແລະ ລັດຖະບານ ເນປານ ໃຫ້ຄວາມເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ເນປານ ດຳລົງຊີວິດ, ຮ່ຳຮຽນ ແລະ ດຳເນີນທຸລະກິດຢ່າງສະດວກສະບາຍ.

ສ່ວນທ່ານເອກອັກຄະລັດຖະທູດ Dhan Bahadur Oli  ເນັ້ນໜັກວ່າ ເນປານ ປາດຖະໜາຢາກຮຽນຮູ້ປະສົບການ ແລະ ຮູບແບບພັດທະນາເສດຖະກິດ, ສັງຄົມ, ເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ; ພ້ອມທັງຢັ້ງຢືນວ່າ ຈະສ້າງບັນດາແຜນການລະອຽດ ເພື່ອຊຸກຍູ້ການຮ່ວມມືທາງດ້ານການຄ້າ, ການລົງທຶນ, ພະລັງງານ, ວິທະຍາສາດ - ເຕັກໂນໂລຢີ, ວັດທະນະທຳ, ການທ່ອງທ່ຽວ, ການສຶກສາ ແລະ ບຳລຸງສ້າງ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະ ເນປານ.


top