ຫວຽດນາມ ໄດ້ເຂົ້າຮ່ວມການສ້າງບັນດາເອກະສານ, ຂໍ້ສະເໜີ ຢ່າງຕັ້ງໜ້າ ແລະ ຊຸກຍູ້ຄວາມເຫັນດີເຫັນພ້ອມລວມ.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລຮ່ວາຍຈຸງ (ພາບ: VNA)
ຕີລາຄາກ່ຽວກັບໝາກຜົນຂອງການເດີນທາງໄປປະຕິບັດງານເຂົ້າຮ່ວມສັບປະດາສຸດຍອດ APEC ຄັ້ງທີ 33 ແລະ ການເຮັດວຽກສອງຝ່າຍຢູ່ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແຕ່ວັນທີ 17 – 20 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລຮ່ວາຍຈຸງ ໄດ້ຢັ້ງຢືນວ່າ, ບັນດາໝາກຜົນທີ່ບັນລຸໄດ້ປະກອບສ່ວນຍົກສູງຖານະຕຳແໜ່ງຫວຽດນາມ, ພ້ອມທັງສ້າງພື້ນຖານທີ່ສະດວກໃຫ້ປີ APEC ຫວຽດນາມ 2027.
ຕາມທ່ານລັດຖະມົນຕີ ການຕ່າງປະເທດ ເລຮ່ວາຍຈຸງແລ້ວ, ສັບປະດາສຸດຍອດ APEC 2026 ໄດ້ຢັ້ງຢືນບົດບາດສຳຄັນຂອງເວທີປາໄສໃນການຊຸກຍູ້ການໂອ້ລົມສົນທະນາ, ເຊື່ອມຕໍ່ເສດຖະກິດ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ. ບັນດາພື້ນຖານເສດຖະກິດສະມາຊິກບັນລຸຄວາມເຫັນດີເຫັນພ້ອມກ່ຽວກັບການເຊື່ອມຕໍ່, ເຕັກໂນໂລຢີດີຈີຕອນ, ປັນຍາປະດິດ ແລະ ຊຸກຍູ້ວິວັດການສ້າງເຂດການຄ້າເສລີ ອາຊີ - ປາຊີຟິກ.
ທ່ານລັດຖະມົນຕີ ເລຮ່ວາຍຈຸງ ເນັ້ນໜັກວ່າ: ຫວຽດນາມ ໄດ້ເຂົ້າຮ່ວມການສ້າງບັນດາເອກະສານ, ຂໍ້ສະເໜີ ຢ່າງຕັ້ງໜ້າ ແລະ ຊຸກຍູ້ຄວາມເຫັນດີເຫັນພ້ອມລວມ. ຢູ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ສຳລັບການຮ່ວມມື APEC, ພ້ອມທັງແນະນຳທິດທາງພັດທະນາ ແລະ ບັນດາຄວາມມານະພະຍາຍາມປະຕິຮູບຂອງປະເທດຊາດ.
(ແຫຼ່ງຄັດຈາກ VOV)