• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດຮັບຮອງເອົາກົດໝາຍສຳຄັນສາມສະບັບໃນຂົງເຂດການແພດ

ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​, ສຳ​ລັບ​ກົດ​ໝາຍ ວ່າ​ດ້ວຍການບໍລິຈາກ, ການຮັບເອົາ, ການ​ຕັດ​ຕໍ່ເນື້ອເຍື່ອ, ອະ​ໄວ​ຍະ​ວະຂອງຮ່າງກາຍມະນຸດ ແລະ ການບໍລິຈາກ, ການ​ຮັບເອົາສົບ ສະ​ພາ​ແຫ່ງ​ຊາດ​ຮັກ​ສາຫຼັກ​ການ​ບໍ​ອະ​ນຸ​ຍາດ ຮັບເອົາ​ເນື້ອ​ເຍື່ອ ແລະ ອະ​ໄວ​ຍະ​ວະ​ຮ່າງ​ກາຍ ຂອງ​ຜູ້​ມີ​ອາ​ຍຸ​ຕ່ຳ​ກວ່າ 18ປີ​ເພື່ອ​ຜ່າ​ຕັດ​ປ່ຽນໃຫ້​ຄົນ​ອື່ນ.

 

 

ສະ​ພາ​ແຫ່ງ​ຊາດ​ໄດ້​ບໍ​ລິ​ຫານ​ການ​ລົງ​ຄະ​ແນນ​ສຽງ ຮັບ​ຮອງ​ເອົາ ກົດ​ໝາຍ​ວ່າ​ດ້ວຍ​ເດັກ​ນ້ອຍ, ຄົນ​ພິ​ການ, ການ​ກວດ​ປິ່ນ​ປົວ​ພະ​ຍາດ, ການ​ຢາ, ຜູ້​ອາ​ຍຸ​ສູງ ແລະ ປະ​ກັນ​ໄພ​ສຸ​ຂະ​ພາບ (ພ​າບ: VNA)
ໂດຍ​ສືບ​ຕໍ່​ກອງ​ປະ​ຊຸມ​ຄັ້ງ​ທີ 2 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI, ຕອນ​ເຊົ້າ​ວັນ​ທີ 21 ພະ​ຈິກ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ (ຮ່າ​ໂນ​້ຍ), ສະ​ພາ​ແຫ່ງ​ຊາດ​ໄດ້​ບໍ​ລິ​ຫານ​ການ​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ກົດ​ມາຍ 3 ສະ​ບັບ​ຂຶ້ນ​ກັບ​ຂົງ​ເຂດ​ການ​ແພດ​ລວມ​ມີ: ກົດ​ໝາຍ​ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ 6 ກົດ​ໝາຍ​ວ່າ​ດ້ວຍ​ເດັກ​ນ້ອຍ, ຄົນ​ພິ​ການ, ການ​ກວດ​ປິ່ນ​ປົວ​ພະ​ຍາດ, ການ​ຢາ, ຜູ້​ອາ​ຍຸ​ສູງ ແລະ ປະ​ກັນ​​ສຸ​ຂະ​ພາບ; ກົດ​ໝາຍ​ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕ​າ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ຜົນ​ຮ​້າຍ​ຂອງ​ຢາ​ສູບ; ແລະ ກົດ​ໝາຍ ວ່າ​ດ້ວຍການບໍລິຈາກ, ການຮັບເອົາ, ການ​ຕັດ​ຕໍ່ເນື້ອເຍື່ອ, ອະ​ໄວ​ຍະ​ວະຂອງຮ່າງກາຍມະນຸດ ແລະ ການບໍລິຈາກ, ການ​ຮັບເອົາສົບ (ສະບັບປັບປຸງ). ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​, ສຳ​ລັບ​ກົດ​ໝາຍ ວ່າ​ດ້ວຍການບໍລິຈາກ, ການຮັບເອົາ, ການ​ຕັດ​ຕໍ່ເນື້ອເຍື່ອ, ອະ​ໄວ​ຍະ​ວະຂອງຮ່າງກາຍມະນຸດ ແລະ ການບໍລິຈາກ, ການ​ຮັບເອົາສົບ ສະ​ພາ​ແຫ່ງ​ຊາດ​ຮັກ​ສາຫຼັກ​ການ​ບໍ​ອະ​ນຸ​ຍາດ ຮັບເອົາ​ເນື້ອ​ເຍື່ອ ແລະ ອະ​ໄວ​ຍະ​ວະ​ຮ່າງ​ກາຍ ຂອງ​ຜູ້​ມີ​ອາ​ຍຸ​ຕ່ຳ​ກວ່າ 18ປີ​ເພື່ອ​ຜ່າ​ຕັດ​ປ່ຽນໃຫ້​ຄົນ​ອື່ນ.

 

 

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI: ຢັ້ງ​ຢືນ​ຈິດ​ໃຈ​ກະ​ທຳ ແລະ ຄວາມ​ຕັດ​ສິນ​ໃຈ​ປ່ຽນ​ແປງ​ໃໝ່​ຢ່າງ​ແທ້​ຈິງ

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI: ຢັ້ງ​ຢືນ​ຈິດ​ໃຈ​ກະ​ທຳ ແລະ ຄວາມ​ຕັດ​ສິນ​ໃຈ​ປ່ຽນ​ແປງ​ໃໝ່​ຢ່າງ​ແທ້​ຈິງ

ກອງ​ປະ​ຊຸມ​ຄັ້ງ​ນີ້, ສະ​ພາ​ແຫ່ງ​ຊາດ​ໄດ້​ສະ​ຫງວນ​ເວ​ລາ​ສ່ວນຫຼາຍ​ໃຫ້​ແກ່​ວຽກ​ງານ​ນິ​ຕິ​ບັນ​ຍັດ, ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ​ກົດ​ໝາຍ 38 ສະ​ບັບ, ມະ​ຕິ​ດ້ານ​ກົດ​ໝາຍ 5 ສະ​ບັບ, ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ 5 ສະ​ບັບ.

Top