ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ສະຫງວນເວລາສ່ວນຫຼາຍໃຫ້ແກ່ວຽກງານນິຕິບັນຍັດ, ພິຈາລະນາ, ຮັບຮອງເອົາກົດໝາຍ 38 ສະບັບ, ມະຕິດ້ານກົດໝາຍ 5 ສະບັບ, ປະກອບຄຳເຫັນໃສ່ຮ່າງກົດໝາຍ 5 ສະບັບ.
ພິທີອັດ ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ XVI (ພາບ: VNA)
ພາຍຫຼັງການເຮັດວຽກມາເປັນເວລາ 27 ວັນ, ຕອນບ່າຍວັນທີ 21 ພະຈິກ, ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ XVI ໄດ້ຈັດວາລະອັດກອງປະຊຸມຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ). ເຂົ້າຮ່ວມພິທີອັດມີທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ, ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນ.
ກ່າວຄຳເຫັນທີ່ພິທີອັດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໃຫ້ຮູ້ວ່າ: ຢູ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ສະຫງວນເວລາສ່ວນຫຼາຍໃຫ້ແກ່ວຽກງານນິຕິບັນຍັດ, ພິຈາລະນາ, ຮັບຮອງເອົາກົດໝາຍ 38 ສະບັບ, ມະຕິນິຕິກຳ 5 ສະບັບ, ປະກອບຄຳເຫັນໃສ່ຮ່າງກົດໝາຍ 5 ສະບັບ. ທ່ານໃຫ້ຮູ້ວ່າ:
ໃນປີທຳອິດຂອງອາຍຸການ, ຜ່ານກອງປະຊຸມ 3 ຄັ້ງ, ສະພາແຫ່ງຊາດຊຸດທີ XVI ໄດ້ພິຈາລະນາ, ຮັບຮອງເອົາກົດໝາຍ 62 ສະບັບ, ມະຕິນິຕິກຳ16 ສະບັບ, ຢັ້ງຢືນຈິດໃຈກະທຳ ແລະ ຄວາມຕັດສິນໃຈປ່ຽນແປງໃໝ່ວຽກງານນິຕິບັນຍັດຢ່າງແທ້ຈິງ, ຫັນແຜນນະໂຍບາຍຂອງພັກ ເປັນລະອຽດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຕົວຈິງ, ການພັດທະນາຂອງປະເທດຊາດ ແລະ ເຈັດຈຳນົງ, ຄວາມມຸ່ງຫວັງຂອງປະຊາຊົນ.
ຢູ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ໃຫ້ສັດຕະຍາບັນແຜນນະໂຍບາຍລົງທຶນ 1 ໂຄງການເປົ້າໝາຍ ແລະ 3 ວາລະແຫ່ງຊາດທີ່ສຳຄັນ; ພິຈາລະນາບັນດາບັນຫາເສດຖະກິດສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບທີ່ສຳຄັນອື່ນ ແລະ ຕັດສິນວຽກງານບຸກຄະລາກອນທີ່ຂຶ້ນກັບສິດອຳນາດ.
ສະພາແຫ່ງຊາດສະເໜີລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ພາຍຫຼັງກອງປະຊຸມຄັ້ງນີ້,ຈົ່ງ ຮີບເຮັ່ງຜັນຂະຫຍາຍປະຕິບັດບັນດາກົດໝາຍ, ມະຕິໂດຍສະພາແຫ່ງຊາດຮັບຮອງເອົາ, ເພື່ອໃຫ້ບັນດານະໂຍບາຍບາຍຊີ້ຂາດຂອງສະພາແຫ່ງຊາດເຂົ້າສູ່ຊີວິດຢ່າງມີປະສິດທິຜົນທີ່ສຸດ, ປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ ສັງຄົມຢ່າງມີໄຊ; ສຸມໃສ່ຢ່າງສູງ, ຕັດສິນໃຈສູ້ຊົນນຳການເຕີບໂຕ GDP ບັນລຸລະດັບແຕ່ 10%ຂຶ້ນໄປ, ເພື່ອໃຫ້ປີ 2027 ກາຍເປັນປີບຸກທະລຸ, ສ້າງທ່ວງທ່າ, ກຳລັງຜັກດັນປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຢ່າງມີໄຊ.