• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືດ້ານທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ເກາະ ບາລີ (ອິນໂດເນເຊຍ)

ວັນທີ 28 ມັງກອນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຟ້າມກວາງວິງ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບາລີ ເພື່ອເພີ່ມທະວີການຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ເກາະ ບາລີ ໃນບັນດາຂົງເຂດຕ່າງໆ, ພິເສດແມ່ນວັດທະນະທຳ ແລະ ການທ່ອງທ່ຽວ.

ສົ່ງເສີມການທ່ອງທ່ຽວ ອິນໂດເນເຊຍ ຢູ່ ຫວຽດນາມ (ພາບ: tapchidulich.com)

ທີ່ການເຮັດວຽກກັບທ່ານ Wayan Koster ຜູ້ວ່າການແຂວງ ບາລີ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້, ບາລີ ແມ່ນສະຖານທີ່ນິຍົມຂອງແຂກທ່ອງທ່ຽວ ຫວຽດນາມ. ໃນຂະນະນັ້ນ, ຫວຽດນາມ ກໍ່ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນພາກພື້ນ.

        ສ່ວນທ່ານ Wayan Koster ຜູ້ວ່າການແຂວງ ບາວີ ໄດ້ເຫັນດີເປັນເອກະພາບວ່າຈະພ້ອມກັນຊຸກຍູ້ການຮ່ວມມືກັບ ຫວຽດນາມ, ພິເສດແມ່ນໃນຂົງເຂດການທ່ອງທ່ຽວ. ເລື່ອງເປີດສາຍການບິນໂດຍກົງຈາກ ຫວຽດນາມ ໄປຍັງ ບາລີ ໄດ້ອຳນວຍຄວາມສະດວກໃຫ້ແກ່ການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ເກາະແຫ່ງນີ້.

 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top