ຂ່າວສານ
ຮ່າໂຮ້ຍ ໃຫ້ບຸລິມະສິດໃນການພັດທະນາການພົວພັນໄມຕີຈິດມິດຕະພາບ, ການຮ່ວມມືກັບທ້ອງຖິ່ນຕ່າງໆຂອງລາວ
ທີ່ການຕ້ອນຮັບ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕ໊ຽນຢຸງ ຢັ້ງຢືນວ່າ ນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍໃຫ້ບຸລິມະສິດໃນການພັດທະນາການພົວພັນໄມຕີຈິດມິດຕະພາບ, ການຮ່ວມມືກັບທ້ອງຖິ່ນຕ່າງໆຂອງລາວ, ພິເສດແມ່ນນະຄອນຫຼວງ ວຽງຈັນ. ໃນໄລຍະຜ່ານມາ, ການພົວພັນຮ່ວມມືລະຫວ່າງສອງນະຄອນຫຼວງເວົ້າສະເພາະ ແລະ ລະຫວ່າງ ຮ່າໂນ້ຍ ກັບທ້ອງຖິ່ນຕ່າງໆຂອງ ລາວ ເວົ້າລວມ ມີໄດ້ພັດທະນາຢ່າງຮອບດ້ານໃນທຸກຊ່ອງທາງຢ່າງບໍ່ຢຸດຢັ້ງ, ດ້ວຍຫຼາຍໂຄງການບັນລຸປະສິດທິຜົນ, ເກືອບທັງໝົດຂົງເຂດເສດຖະກິດ, ສາທາລະນະສຸກ, ການສຶກສາ, ກະສິກຳ, ການທະຫານ, ການພົບປະແລກປ່ຽນປະຊາຊົນ…
ສ່ວນທ່ານ ທອງສະລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ໃຫ້ຮູ້ວ່າ ການປະຕິບັດງານໃນຄັ້ງນີ້ຂອງຄະນະ ແມ່ນເພື່ອແນໃສ່ແລກປ່ຽນບົດຮຽນ, ປະສົບການລະຫວ່າງສອງຫ້ອງວ່າການສູນກາງພັກ ແລະ ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສອງຝ່າຍ.