ຂ່າວສານ

ຮ່າ​ໂຮ້ຍ ໃຫ້​ບຸ​ລິ​ມະ​ສິດ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ກັບ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ລາວ

ຕອນບ່າຍວັນທີ 17 ກຸມພາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ໂດຍທ່ານ ທອງສະລິດ ມັງໜໍ່ເມກ, ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບຄະນະພັກນະຄອນ ຮ່າໂນ້ຍ.
  ທ່ານ ທອງສະລິດ ມັງໜໍ່ເມກ, ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດ ລາວ ແລະ ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕ໊ຽນຢຸງ ທີ່ການຕ້ອນຮັບ (ພາບ: hanoimoi.com.vn)  

ທີ່ການຕ້ອນຮັບ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕ໊ຽນຢຸງ ຢັ້ງຢືນວ່າ ນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍໃຫ້ບຸລິມະສິດໃນການພັດທະນາການພົວພັນໄມຕີຈິດມິດຕະພາບ, ການຮ່ວມມືກັບທ້ອງຖິ່ນຕ່າງໆຂອງລາວ, ພິເສດແມ່ນນະຄອນຫຼວງ ວຽງຈັນ. ໃນໄລຍະຜ່ານມາ, ການພົວພັນຮ່ວມມືລະຫວ່າງສອງນະຄອນຫຼວງເວົ້າສະເພາະ ແລະ ລະຫວ່າງ ຮ່າໂນ້ຍ ກັບທ້ອງຖິ່ນຕ່າງໆຂອງ ລາວ ເວົ້າລວມ ມີໄດ້ພັດທະນາຢ່າງຮອບດ້ານໃນທຸກຊ່ອງທາງຢ່າງບໍ່ຢຸດຢັ້ງ, ດ້ວຍຫຼາຍໂຄງການບັນລຸປະສິດທິຜົນ, ເກືອບທັງໝົດຂົງເຂດເສດຖະກິດ, ສາທາລະນະສຸກ, ການສຶກສາ, ກະສິກຳ, ການທະຫານ, ການພົບປະແລກປ່ຽນປະຊາຊົນ…

ສ່ວນທ່ານ ທອງສະລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ໃຫ້ຮູ້ວ່າ ການປະຕິບັດງານໃນຄັ້ງນີ້ຂອງຄະນະ ແມ່ນເພື່ອແນໃສ່ແລກປ່ຽນບົດຮຽນ, ປະສົບການລະຫວ່າງສອງຫ້ອງວ່າການສູນກາງພັກ ແລະ ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສອງຝ່າຍ.


top