• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າ​ໂນ້ຍ ແມ່ນ “ນະ​ຄອນ​ແຫ່ງ​ການ​ຮຽນ​ຮູ້​ລະ​ດັບ​ໂລກ” ຂອງ UNESCO

ຕອນຄ່ຳວັນທີ 29 ມັງກອນ, ຢູ່ສູນເຄື່ອນໄຫວວັດທະນະທຳວິທະຍາສາດ ວັນໝຽວ - ກວັກຕື້ຢາມ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດພິທີຕ້ອນຮັບນາມມະຍົດ ນະຄອນຮ່າໂນ້ຍ ແມ່ນສະມາຊິກໃນເຄືອຂ່າຍ “ນະຄອນແຫ່ງການຮຽນຮູ້ລະດັບໂລກ” ຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO).

ວັ

ທ່ານຫວູດ້າຍຖັງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຮັບນາມມະຍຸດ ສະມາຊິກໃນເຄືອຂ່າຍນະຄອນແຫ່ງຮຽນຮູ້ລະດັບໂລກຂອງ UNESCO. (ພາບ: VGP)

ນທີ 04 ທັນວາ 2025, ນະຄອນ ຮ່າໂນ້ຍ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າ ແມ່ນສະມາຊິກຂອງເຄືອຂ່າຍ “ນະຄອນແຫ່ງການຮຽນຮູ້ລະດັບທົ່ວໂລກ”. ນີ້ແມ່ນການຮັບຮູ້ຂອງອົງການດັ່ງກ່າວຕໍ່ບັນດາໝາກຜົນພົ້ນເດັ່ນໃນການພັດທະນາການສຶກສາ - ບຳລຸງສ້າງ, ການສຶກສານອກໂຮງຮຽນ, ການສຶກສາວິຊາຊີບ ແລະ ການສ້າງສັງຄົມຮ່ຳຮຽນ; ພ້ອມດຽວກັນນັ້ນກໍຢັ້ງຢືນບົດບາດນຳໜ້າຂອງນະຄອນຫຼວງ ຮ່າໂນ້ຍ ໃນການຫັນບັນດາເປົ້າໝາຍການສຶກສາຕະຫຼອດຊີວິດເປັນລະອຽດໃຫ້ແກ່ທຸກຄົນ.

ທ່ານຫວູດ້າຍຖັງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ກ່າວຄຳເຫັນທີ່ພິທີ (ພາບ: VGP)

ກ່າວຄຳເຫັນທີ່ພິທີ, ທ່ານ ຫວູດ້າຍຖັງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ຢັ້ງຢືນວ່າ:

        “ວິວັດທະນາການສ້າງນະຄອນແຫ່ງການຮຽນຮູ້ລະດັບໂລກແມ່ນບໍ່ມີຈຸດສິ້ນສຸດ. ນັ້ນແມ່ນໜຶ່ງວິວັດທະນການທີ່ໝັ້ນໜຽວ, ຮຽກຮ້ອງໃຫ້ມີຄວາມສຸດຈິດສຸດໃຈ ແລະ ເຈດຈຳນົງອັນແຮງກ້າ. ດ້ວຍມູນເຊື້ອອະລິຍະທຳນັບພັນປີ, ຂ້າພະເຈົ້າເຊື່ອໝັ້ນວ່າ ຮ່າໂນ້ຍ ຈະກາຍເປັນ “ນະຄອນແຫ່ງການຮຽນຮູ້” ທີ່ດີເດັ່ນ, ເປັນປະພາຄານທາງພູມປັນຍາ ແລະ ວັດທະນະທຳມະນຸດໃນພາກພື້ນ ແລະ ໃນທົ່ວໂລກ. ຮ່າໂນ້ຍ ຈະມານະຍະຍາຍາມປະຕິບັດບັນດາຄຳໝັ້ນສນັຍາ, ຕັ້ງໜ້າຮ່ວມມືກັບບັນດາສະມາຊິກອື່ນໃນເຄືອຂ່າຍ, ຊຸກຍູ້ການເຄື່ອນໄຫວສຶກສາ ແລະ ບຳລຸງສ້າງ, ຢັ້ງຢືນທີ່ຕັ້ງຂອງນະຄອນຫຼວງທີ່ຂະຫຍັນຂັນເຄື່ອນໄຫວ, ຮ່ຳຮຽນໝູນໃຊ້ເຕັກໂນໂລຢີດີຈີຕອນ ແລະ ຫັນເປັນດີຈີຕອນ, ລະດົມບັນດາແຫຼ່ງກຳລັງ ແລະ ການຮ່ວມແຮງຮ່ວມໃຈຂອງທົ່ວສັງຄົມ ໃຫ້ໄດ້ສູງທີ່ສຸດເພື່ອລົງທຶນໃຫ້ແກ່ການສຶກສາ ແລະ ຮ່ຳຮຽນຕະຫຼອດຊີວິດ”.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ກຸ່ມ​ບໍ​ລິ​ສັດ ທຽນ​ຂຸງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ກຸ່ມ​ບໍ​ລິ​ສັດ ທຽນ​ຂຸງ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະແດງຄວາມຊົມເຊີຍກຸ່ມບໍລິສັດ ທຽນຂຸງ ທີ່ໃນຊຸມປີຜ່ານມາໄດ້ເປີດກວ້າງການລົງທຶນຢູ່ແຂວງ ກວາງນິງ ແລະ ດົ່ງນາຍຂອງ ຫວຽດນາມ.

Top