ຕອນຄ່ຳວັນທີ 29 ມັງກອນ, ຢູ່ສູນເຄື່ອນໄຫວວັດທະນະທຳວິທະຍາສາດ ວັນໝຽວ - ກວັກຕື້ຢາມ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດພິທີຕ້ອນຮັບນາມມະຍົດ ນະຄອນຮ່າໂນ້ຍ ແມ່ນສະມາຊິກໃນເຄືອຂ່າຍ “ນະຄອນແຫ່ງການຮຽນຮູ້ລະດັບໂລກ” ຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO).
ວັ
ທ່ານຫວູດ້າຍຖັງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຮັບນາມມະຍຸດ ສະມາຊິກໃນເຄືອຂ່າຍນະຄອນແຫ່ງຮຽນຮູ້ລະດັບໂລກຂອງ UNESCO. (ພາບ: VGP)
ນທີ 04 ທັນວາ 2025, ນະຄອນ ຮ່າໂນ້ຍ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າ ແມ່ນສະມາຊິກຂອງເຄືອຂ່າຍ “ນະຄອນແຫ່ງການຮຽນຮູ້ລະດັບທົ່ວໂລກ”. ນີ້ແມ່ນການຮັບຮູ້ຂອງອົງການດັ່ງກ່າວຕໍ່ບັນດາໝາກຜົນພົ້ນເດັ່ນໃນການພັດທະນາການສຶກສາ - ບຳລຸງສ້າງ, ການສຶກສານອກໂຮງຮຽນ, ການສຶກສາວິຊາຊີບ ແລະ ການສ້າງສັງຄົມຮ່ຳຮຽນ; ພ້ອມດຽວກັນນັ້ນກໍຢັ້ງຢືນບົດບາດນຳໜ້າຂອງນະຄອນຫຼວງ ຮ່າໂນ້ຍ ໃນການຫັນບັນດາເປົ້າໝາຍການສຶກສາຕະຫຼອດຊີວິດເປັນລະອຽດໃຫ້ແກ່ທຸກຄົນ.
ທ່ານຫວູດ້າຍຖັງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ກ່າວຄຳເຫັນທີ່ພິທີ (ພາບ: VGP)
ກ່າວຄຳເຫັນທີ່ພິທີ, ທ່ານ ຫວູດ້າຍຖັງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ຢັ້ງຢືນວ່າ:
“ວິວັດທະນາການສ້າງນະຄອນແຫ່ງການຮຽນຮູ້ລະດັບໂລກແມ່ນບໍ່ມີຈຸດສິ້ນສຸດ. ນັ້ນແມ່ນໜຶ່ງວິວັດທະນການທີ່ໝັ້ນໜຽວ, ຮຽກຮ້ອງໃຫ້ມີຄວາມສຸດຈິດສຸດໃຈ ແລະ ເຈດຈຳນົງອັນແຮງກ້າ. ດ້ວຍມູນເຊື້ອອະລິຍະທຳນັບພັນປີ, ຂ້າພະເຈົ້າເຊື່ອໝັ້ນວ່າ ຮ່າໂນ້ຍ ຈະກາຍເປັນ “ນະຄອນແຫ່ງການຮຽນຮູ້” ທີ່ດີເດັ່ນ, ເປັນປະພາຄານທາງພູມປັນຍາ ແລະ ວັດທະນະທຳມະນຸດໃນພາກພື້ນ ແລະ ໃນທົ່ວໂລກ. ຮ່າໂນ້ຍ ຈະມານະຍະຍາຍາມປະຕິບັດບັນດາຄຳໝັ້ນສນັຍາ, ຕັ້ງໜ້າຮ່ວມມືກັບບັນດາສະມາຊິກອື່ນໃນເຄືອຂ່າຍ, ຊຸກຍູ້ການເຄື່ອນໄຫວສຶກສາ ແລະ ບຳລຸງສ້າງ, ຢັ້ງຢືນທີ່ຕັ້ງຂອງນະຄອນຫຼວງທີ່ຂະຫຍັນຂັນເຄື່ອນໄຫວ, ຮ່ຳຮຽນໝູນໃຊ້ເຕັກໂນໂລຢີດີຈີຕອນ ແລະ ຫັນເປັນດີຈີຕອນ, ລະດົມບັນດາແຫຼ່ງກຳລັງ ແລະ ການຮ່ວມແຮງຮ່ວມໃຈຂອງທົ່ວສັງຄົມ ໃຫ້ໄດ້ສູງທີ່ສຸດເພື່ອລົງທຶນໃຫ້ແກ່ການສຶກສາ ແລະ ຮ່ຳຮຽນຕະຫຼອດຊີວິດ”.