• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມແຮງຮ່ວມໃຈບໍລິຈາກເພື່ອສະໜັບສະໜູນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ,ນ້ຳຖ້ວມ

      ຕອນບ່າຍວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາຮອງນາຍົກລັດຖະມົນຕີຄືທ່ານ ຟ້າມບິ່ງມິງ, ເວືອງດິ່ງເຫ້ວ, ວູດຶກດາມ, ຈິ້ງດິ່ງຢຸງ ໄດ້ເຂົ້າຮ່ວມພິທີປຸກລະດົມການບໍລິຈາກເງິນສະໜັບສະໜູນພໍ່ແມ່ປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳຖ້ວມຢູ່ບັນດາແຂວງທາງພາກເໜືອ ແລະ ທິດເໜືອພາກກາງ.

(ພາບປະກອບ: KTDT)
      ຕາມຕົວເລກສະຖິຕິແລ້ວ, ຝົນຕົກ, ນ້ຳຖ້ວມ ໄດ້ເຮັດໃຫ້ 60 ຄົນເສຍຊີວິດ ແລະ 37 ຄົນຫາຍສາບສູນ. ເຮືອນຊານເກືອບ 200 ຫຼັງຖືກພັງທະລາຍ ແລະ ກວ່າ 30.000 ຫຼັງຖືກນ້ຳຖ້ວມ… ບັນດາແຂວງຄື: ຮ່ວາບິ່ງ, ອຽນບ໋າຍ ແລະ ແທງຮ໋ວາ ຖືກເສຍຫາຍຢ່າງຮ້າຍແຮງທີ່ສຸດໃນຄັ້ງນີ້.
        ຕອນເຊົ້າວັນທີ 14 ຕຸລາ, ສະມາຊິກຜູ້ປະຈຳການຄະນະເລຂາ, ປະທານຄະນະກຳມະການກວດກາສູນກາງ ເຈີ່ນກ໋ວກເວື້ອງ ໄດ້ໄປສຳຫຼວດສະພາບຕົວຈິງຢູ່ບັນດາເຂດຖືກນ້ຳແກ່ງ, ດິນເຊາະເຈື່ອນ ແລະ ຊີ້ນຳການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ຢູ່ແຂວງ ອຽນບ໋າຍ. ກ່ອນໜ້ານັ້ນ, ວັນທີ 13 ຕຸລາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເມີນ ກໍ່ໄດ້ໄປສຳຫຼວດເຂດດິນເຊາະເຈື່ອນ ຢູ່ແຂວງຮ່ວາບິ່ງ…
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top