• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 2020: ການຮ່ວມມືອາຊຽນຍູ້ໂຄວິດ-19 ໃຫ້ຖອຍໄປ

      ວັນທີ 14 ເມສາ, ຫວຽດນາມ ຈະເປັນປະທານຈັດກອງປະຊຸມສຸດຍອດອາຊຽນ ພິເສດ ແລະ ກອງປະຊຸມສຸດຍອດອາຊຽນ +3 ພິເສດ (ລວມມີ: ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ກ່ຽວກັບບັນຫາໂຄວິດ-19.

ຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ
(ພາບ: TTXVN)
      ບັນດາການນຳຈະພ້ອມກັນວາງອອກບັນດາມາດຕະການ, ຂໍ້ລິເລີ່ມລະອຽດ, ຊຸກຍູ້ການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດ, ພ້ອມທັງຮັບປະກັນການພັດທະນາທີ່ຂະຫຍັນຂັນເຄື່ອນ, ຍືນຍົງຂອງພາກພື້ນໃນໄລຍະຍາວ.
ກອງປະຊຸມສຸດຍອດພິເສດອາຊຽນ ຄາດວ່າຈະອອກຖະແຫຼງການຮ່ວມກ່ຽວກັບບັນຫາໂລກລະບາດໂຄວິດ-19, ໃນນັ້ນໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮັບມືກັບໂລກລະບາດຢ່າງມີປະສິດທິຜົນ ຜ່ານບັນດາວິທີສຳຜັດທີ່ເປັນເອກະພາບ, ຫຼາຍຂະແໜງ, ຫຼາຍທິດຫຼາຍຝ່າຍ ແລະ ກ່ຽວຂ້ອງເຖິງປະຊາຄົມອາຊຽນ ທັງໝົດ. ໃນຂະນະນັ້ນ, ກອງປະຊຸມສຸດຍອດພິເສດອາຊຽນ + 3, ກໍ່ຄາດວ່າ ຈະອອກຖະແຫຼງການຮ່ວມກ່ຽວກັບບັນຫາໂຄວິດ-19, ໃນນັ້ນ ກໍຢືນຢັນຄຳໝັ້ນສັນຍາລວມເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ການຮ່ວມມື ແລະ ການໜູນຊ່ວຍເຊິ່ງກັນ ແລະ ກັນລະຫວ່າງອາຊຽນ ແລະ 3 ປະເທດຄູ່ຮ່ວມມື ໃນວຽກງານຄວບຄຸມ, ສະກັດກັ້ນ ແລະ ຮັບມືກັບບັນດາຜົນກະທົບຂອງໂລກລະບາດຕໍ່ບັນດາດ້ານເສດຖະກິດ ແລະ ສັງຄົມ.
ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ “ການຮ່ວມມືອາຊຽນ - ຍູ້ໂຄວິດ-19 ໃຫ້ຖອຍໄປ: ຄວາມສາມັກຄີແມ່ນກຳລັງແຮງ!”. ບົດຂຽນໄດ້ເນັ້ນໜັກເຖິງການຕ້ານໂລກລະບາດໂຄວິດ-19 ແມ່ນໜ້າທີ່ຄວາມຮັບຜິດຊອບລວມຂອງແຕ່ລະປະເທດ, ແຕ່ລະລັດຖະບານ ແລະ ບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນ. ພິເສດ, ບັນດາປະເທດສະມາຊິກອາຊຽນ ໄດ້ເອົາໃຈໃສ່ໜູນຊ່ວຍເຊິ່ງກັນແລະກັນ ແລະ ສ້າງເງື່ອນໄຂສະດວກ, ຊ່ວຍເຫຼືອພົນລະເມືອງອາຊຽນ ຢູ່ປະເທດຂອງຕົນໃຫ້ໄດ້ດີທີ່ສຸດ.
 (ແຫຼ່ງຄັດຈາກ VOV)

 

ຫັນ​ໂອ​ກາດ​ດຶງ​ດູດ​ແຫຼ່ງ​ທຶນ​ສາ​ກົນ​ເຂົ້າ​ຕະຫຼາດຫຼັກ​ຊັບ ຫວຽດ​ນາມ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ຫັນ​ໂອ​ກາດ​ດຶງ​ດູດ​ແຫຼ່ງ​ທຶນ​ສາ​ກົນ​ເຂົ້າ​ຕະຫຼາດຫຼັກ​ຊັບ ຫວຽດ​ນາມ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ວັນ​ທີ 21 ສິງ​ຫາ​ຜ່ານ​ມາ, FTSE Russell ໄດ້​ປະ​ກາດ​ໝາກ​ຜົນ​ຂອງ​ການ​ສຳຫຼວດກວ​ດາ​ໄລ​ຍະ​ເຄິ່ງ​ປີ ໃນ​ເດືອນ​ກັນ​ຍາ 2026 ຂອງ​​ປະ​ມວນດັດ​ຊະ​ນີ​ທຶນ​ຫຸ້ນສ່ວນ​ທົ່ວ​ໂລກ (FTSE).

Top