ຂ່າວສານ

ອາຊຽນ 2020: ການຮ່ວມມືອາຊຽນຍູ້ໂຄວິດ-19 ໃຫ້ຖອຍໄປ

      ວັນທີ 14 ເມສາ, ຫວຽດນາມ ຈະເປັນປະທານຈັດກອງປະຊຸມສຸດຍອດອາຊຽນ ພິເສດ ແລະ ກອງປະຊຸມສຸດຍອດອາຊຽນ +3 ພິເສດ (ລວມມີ: ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ກ່ຽວກັບບັນຫາໂຄວິດ-19.

ຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ
(ພາບ: TTXVN)
      ບັນດາການນຳຈະພ້ອມກັນວາງອອກບັນດາມາດຕະການ, ຂໍ້ລິເລີ່ມລະອຽດ, ຊຸກຍູ້ການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດ, ພ້ອມທັງຮັບປະກັນການພັດທະນາທີ່ຂະຫຍັນຂັນເຄື່ອນ, ຍືນຍົງຂອງພາກພື້ນໃນໄລຍະຍາວ.
ກອງປະຊຸມສຸດຍອດພິເສດອາຊຽນ ຄາດວ່າຈະອອກຖະແຫຼງການຮ່ວມກ່ຽວກັບບັນຫາໂລກລະບາດໂຄວິດ-19, ໃນນັ້ນໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮັບມືກັບໂລກລະບາດຢ່າງມີປະສິດທິຜົນ ຜ່ານບັນດາວິທີສຳຜັດທີ່ເປັນເອກະພາບ, ຫຼາຍຂະແໜງ, ຫຼາຍທິດຫຼາຍຝ່າຍ ແລະ ກ່ຽວຂ້ອງເຖິງປະຊາຄົມອາຊຽນ ທັງໝົດ. ໃນຂະນະນັ້ນ, ກອງປະຊຸມສຸດຍອດພິເສດອາຊຽນ + 3, ກໍ່ຄາດວ່າ ຈະອອກຖະແຫຼງການຮ່ວມກ່ຽວກັບບັນຫາໂຄວິດ-19, ໃນນັ້ນ ກໍຢືນຢັນຄຳໝັ້ນສັນຍາລວມເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ການຮ່ວມມື ແລະ ການໜູນຊ່ວຍເຊິ່ງກັນ ແລະ ກັນລະຫວ່າງອາຊຽນ ແລະ 3 ປະເທດຄູ່ຮ່ວມມື ໃນວຽກງານຄວບຄຸມ, ສະກັດກັ້ນ ແລະ ຮັບມືກັບບັນດາຜົນກະທົບຂອງໂລກລະບາດຕໍ່ບັນດາດ້ານເສດຖະກິດ ແລະ ສັງຄົມ.
ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ “ການຮ່ວມມືອາຊຽນ - ຍູ້ໂຄວິດ-19 ໃຫ້ຖອຍໄປ: ຄວາມສາມັກຄີແມ່ນກຳລັງແຮງ!”. ບົດຂຽນໄດ້ເນັ້ນໜັກເຖິງການຕ້ານໂລກລະບາດໂຄວິດ-19 ແມ່ນໜ້າທີ່ຄວາມຮັບຜິດຊອບລວມຂອງແຕ່ລະປະເທດ, ແຕ່ລະລັດຖະບານ ແລະ ບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນ. ພິເສດ, ບັນດາປະເທດສະມາຊິກອາຊຽນ ໄດ້ເອົາໃຈໃສ່ໜູນຊ່ວຍເຊິ່ງກັນແລະກັນ ແລະ ສ້າງເງື່ອນໄຂສະດວກ, ຊ່ວຍເຫຼືອພົນລະເມືອງອາຊຽນ ຢູ່ປະເທດຂອງຕົນໃຫ້ໄດ້ດີທີ່ສຸດ.
 (ແຫຼ່ງຄັດຈາກ VOV)

 

top