• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈິ໋ງເຂົ້າຮ່ວມພິທີປຸກລະດົມການອອກແຮງແຂ່ງຂັນຢູ່ແຂວງຕວຽນກວາງ

ວັນທີ13 ກຸມພາ, ຢູ່ແຂວງຕວຽນກວາງໄດ້ຈັດຕັ້ງພິທີປຸກລະດົມການອອກແຮງແຂ່ງຂັນ, ວັນບຸນປູກຕົ້ນໄມ້ຍານລະດູບານໃໝ່ປີກຸນ - 2019 ແລະ ປະກາດຂໍ້ຕົກລົງຂອງ ນາຍົກລັກຖະມົນຕີຫວຽດນາມ ກ່ຽວກັບການຈັດອັນດັບທັດສະນີຍະພາບລະດັບຊາດ ພິເສດ ນາຮາງ - ເລີມບິ່ງ.

ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ຟ້າມມິງຈິ໋ງ 

ວັນທີ13 ກຸມພາ, ຢູ່ແຂວງຕວຽນກວາງໄດ້ຈັດຕັ້ງພິທີປຸກລະດົມການອອກແຮງແຂ່ງຂັນ, ວັນບຸນປູກຕົ້ນໄມ້ຍານລະດູບານໃໝ່ປີກຸນ - 2019 ແລະ ປະກາດຂໍ້ຕົກລົງຂອງ ນາຍົກລັກຖະມົນຕີຫວຽດນາມ ກ່ຽວກັບການຈັດອັນດັບທັດສະນີຍະພາບລະດັບຊາດ ພິເສດ ນາຮາງ - ເລີມບິ່ງໂດຍມີການເຂົ້າຮ່ວມຂອງທ່ານ ຟ້າມມິງຈິ໋ງ ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ.

ຢູ່ທີ່ພິທີ, ທ່ານ ຟ້າມມິງຈິ໋ງ ເນັ້ນໜັກວ່າ ເລື່ອງເຂດອະນຸລັກທຳມາຊາດ ນາຮາງ - ເລີມບິ່ງໄດ້ຮັບການຮັບຮອງເປັນທັດສະນີຍະພາບລະດັບຊາດພິເສດ ມີຄວາມໝາຍສຳຄັນ, ຢັ້ງຢືນທີ່ຕັ້ງຂອງທັດສະນີຍະພາບດັ່ງກ່າວ. ພ້ອມກັນນັ້ນ, ທາງແຂວງຄວນສືບຕໍ່ເອົາໃຈໃສ່ເປັນພິເສດເຖິງການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງທັດສະນີຍະພາບລະດັບຊາດພິເສດ ນາຮາງ - ເລີມບິ່ງຕິດພັນກັບການພັດທະນາການທ່ອງທ່ຽວຂອງແຂວງ ແລະ ສ້າງເອກະສານເຂດມໍລະດົກທຳມະຊາດ ບາເບ - ນາຮາງເພື່ອ ຍື່ນສະເໜີ ຕໍ່ UNESCO ຮັບຮອງ ເປັນມໍລະດົກທຳມະຊາດໂລກ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top