ສະມາຊິກໃໝ່ 14 ປະເທດໃນຈຳນວນ 17 ປະເທດອອກສະໝັກຮັບເລືອກຕັ້ງໄດ້ປ່ອນບັດເລືອກເຂົ້າເປັນສະມາຊິກຂອງສະພາສິດທິມະນຸດ ສປຊ, ເຊິ່ງແມ່ນຜູ້ຕາງໜ້າໃຫ້ແກ່ 5 ກຸ່ມປະເທດລວມມີ: ອາບຟຼິກກາ, ອາຊີ - ປາຊີຟິກ, ເອີລົບຕາເວັນອອກ, ອາເມລິກາລາຕິນ ແລະ ກາຣີເບ, ເອີລົບຕາເວັນຕົກ ແລະ ປະເທດອື່ນໆ. ກຸ່ມບັນດາປະເທດອາຊີ - ປາຊີຟິກໄດ້ຮັບຖືວ່າມີການແກ້ງແຍ້ງແຮງທີ່ສຸດເມື່ອມີປະເທດອອກສະໝັກຮັບເລືອກຕັ້ງ 6 ປະເທດໃນຂະນະທີ່ມີແຕ່ 4 ບ່ອນນັ່ງ ແລະ ບັນດາປະເທດໄດ້ຮັບໄຊຊະນະໃນການເລືອກຕັ້ງລວມມີ: ຫວຽດນາມ, Bangladesh, Kyrgyzstan ແລະ Maldives. ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງປະກາດໝາກຜົນຂອງການປ່ອນບັດເລືອກຕັ້ງ, ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
ເລື່ອງ ສະມັດຊາໃຫຍ່ ສປຊ ເລືອກຕັ້ງຫວຽດນາມ ເປັນສະມາຊິກຂອງສະພາສິດທິມະນຸດອາຍຸການ 2023 – 2025 ມີຄວາມໝາຍອັນຍິ່ງໃຫຍ່ ແລະ ເປັນການຢັ້ງຢືນການຮັບຮູ້ທີ່ຕັ້ງບົດບາດຂອງ ຫວຽດນາມ ແລະ ພ້ອມທັງຢັ້ງຢືນຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ໃນຕະຫຼອດໄລຍະຜ່ານມາ. ອາດເວົ້າໄດ້ວ່າ ນີ້ແມ່ນຄວາມມານະພະຍາຍາມຢ່າງໃຫຍ່ຫຼວງທີ່ສຸດ, ແມ່ນແຜນນະໂຍບາຍ, ແນວທາງ, ນະໂຍບາຍລຸລ່ວງຂອງພັກ ແລະ ລັດ ຫວຽດນາມໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ແລະ ກໍ່ແມ່ນໜຶ່ງໃນບັນດາເນື້ອໃນຫຼັກໃນການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ເຊິ່ງພວກເຮົາພວມມຸ່ງໄປເຖິງ. ປະຊາຄົມສາກົນຕັ້ງຄວາມຫວັງໄວ້ກັບຫວຽດນາມ ຢ່າງໃຫຍ່ຫຼວັງວ່າ ໃນຄັ້ງທີ 2 ທີ່ເຂົ້າຮ່ວມສະພາສິດທິມະນຸດນີ້ແລ້ວ, ນອກຈາກຄວາມມານະພະຍາຍາມຊຸກຍູ້ສິດທິມະນຸດ, ຫວຽດນາມ ຈະປະກອບສ່ວນເຂົ້າໃນວຽກງານຂອງປະຊາຄົມສາກົນຕື່ມອີກ.
ເຫດການ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025 ມີເພື່ອນມິດຊາວຝລັ່ງຫຼາຍຄົນຮູ້ສຶກປິຕິຊົມຊື່ນຍິນດີຕ້ອນຮັບ, ຖືນີ້ແມ່ນການຮັບຮູ້ຢ່າງເໝາະສົມຂອງປະຊາຄົມສາກົນທີ່ມີຕໍ່ບົດບາດຂອງ ຫວຽດນາມ ແລະ ກໍ່ແມ່ນຜົນງານອັນຊອບທຳບົນເສັ້ນທາງແຫ່ງການພັດທະນາຢ່າງຖືກຕ້ອງເຊິ່ງ ຫວຽດນາມ ໄດ້ຄັດເລືອກ. ທ່ານ Gerard Daviot, ອະດີດປະທານສະມາຄົມມິດຕະພາບ ຝລັ່ງ ຫວຽດນາມ (AAFV) ຕີລາຄາວ່າ:
ເລື່ອງ ຫວຽດນາມ ໄດ້ຮັບການປ່ອນບັດເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ສຳລັບຂ້າພະເຈົ້າແລ້ວ, ຖືເປັນເລື່ອງທຳມະດາ ແລະ ຊອບທຳ ຍ້ອນວ່ານັ້ນແມ່ນເສັ້ນທາງໂດຍຫວຽດນາມ ວາງອອກ ແລະ ປະຕິບັດໄດ້ສຳເລັດ. ຫວຽດນາມ ພວມກ້າວເດີນບົນເສັ້ນທາງທີ່ຖືກຕ້ອງ. ຂ້າພະເຈົ້າຖືຕົນເອງຄືດັ່ງພົນລະເມືອງໂລກ ແລະ ຂ້າພະເຈົ້າຕີລາຄາສູງທີ່ສຸດຕໍ່ເສັ້ນທາງເຊິ່ງ ຫວຽດນາມ ຜ່ານຜ່າ, ເຊິ່ງແມ່ນເສັ້ນທາງທີ່ເໝາະສົມ, ເຊີດຊູບັນດາການນຳ ແລະ ປະຊາຊົນ ຫວຽດນາມ. ນັ້ນແມ່ນການຢັ້ງຢືນຂອງສາກົນ. ປັດຈຸບັນ, ຫວຽດນາມ ໄດ້ຮັບການປ່ອນບັດຄັດເລືອກເຂົ້າເປັນສະມາຊິກສະພາສິດທິມະນຸດ, ຕ້ອງຖືວ່າ ນັ້ນແມ່ນການຢັ້ງຢືນຂອງທົ່ວໂລກ. ຂ້າພະເຈົ້າຂໍສະແດງຄວາມຍິນດີຕໍ່ການນຳ ແລະ ປະຊາຊົນ ຫວຽດນາມ ທີ່ກາຍເປັນໜຶ່ງໃນບັນດາປະເທດ ໄດ້ຮັບການເຊີດຊູກ່ຽວກັບສິດທິມະນຸດຈາກໂລກ.
ກໍ່ຄືກັນກັບທ່ານ Daviot, ທ່ານນາງ Helene Luc ສະມາຊິກສະພາສູງກິດຕິມະສັກ, ເຊິ່ງແມ່ນຜູ້ທີ່ໄດ້ຮຽງບ່າຮຽງໄລ່ກັບຫວຽດນາມ ໃນຕະຫຼອດໄລຍະຕໍ່ສູ້ຍາດເອົາເອກະລາດຊົນຊາດ ແລະ ກໍ່ສ້າງປະເທດຊາດ ໃຫ້ຂໍ້ສັງເກດວ່າ, ນີ້ແມ່ນຂ່າວ ດີ ແລະ ສຳຄັນ ສຳລັບ ຫວຽດນາມ ແລະ ອົງການສິດທິມະນຸດຂອງ ສປຊ. ທ່ານນາງໃຫ້ຮູ້ວ່າ:
ປັດຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຕັ້ງໜ້າ, ເປັນເຈົ້າການໃນການເຂົ້າຮ່ວມ ສົນທິສັນຍາສາກົນ ກ່ຽວກັບສິດທິມະນຸດ ໂດຍ ສປຊ ແລະ ບັນດາອົງການຈັດຕັ້ງສາກົນປະກາດໃຊ້ເກືອບທັງໝົດ. ໄລ່ຮອດປີ 2021, ຫວຽດນາມ ໄດ້ໃຫ້ສັດຕະຍາບັນ, ເຂົ້າຮ່ວມສົນທິສັນຍາ ພື້ນຖານ ຂອງ ສປຊ ກ່ຽວກັບສິດທິມະນຸດ7/9 ສະບັບ; ໃຫ້ສັດຕະຍາບັນ, ເຂົ້າຮ່ວມ ສົນທິສັນຍາ ຂອງອົງການແຮງງານສາກົນ (ILO) 25 ສະບັບ, ໃນນັ້ນມີ ສົນທິສັນຍາພື້ນຖານ 7/8ສະບັບ. ບັນດາສົນທິສັນຍາສາກົນ ກ່ຽວກັບສິດທິມະນຸດ ເຊິ່ງ ຫວຽດນາມແມ່ນສະມາຊິກ, ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດ ແລະ ຖືນີ້ແມ່ນຄວາມຮັບຜິດຊອບດ້ານການເມືອງ, ນິຕິກຳຂອງລັດ.
ຫວຽດນາມ ສືບຕໍ່ໄດ້ຮັບໄຊຊະນະການເລືອກຕັ້ງເປັນສະມາຊິກຂອງສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025 ແມ່ນສິ່ງທີ່ເໝາະສົມເພື່ອ ສືບຕໍ່ປະກອບສ່ວນເຂົ້າການເຄື່ອນໄຫວຂອງສປຊ ໃນການສ້າງສັນຕິພາບ, ພັດທະນາ ແລະ ຮັບປະກັນສິດທິມະນຸດຢ່າງມີປະສິດທິຜົນ. ສິ່ງນີ້ກໍ່ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ຂອງເພື່ອນມິດສາກົນຕໍ່ ຫວຽດນາມ ເມື່ອ ຫວຽດນາມ ເຄີຍມີອາຍຸການ 2014 – 2016 ປະສົບຜົນສຳເລັດເຊິ່ງໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆຂອງສະພາສິດທິມະນຸດຢ່າງຕັ້ງໜ້າ, ຊຸກຍູ້ບັນດາຂໍ້ລິເລີ່ມສະແດງໃຫ້ເຫັນຂີດໝາຍ ເຊິ່ງປະຊາຄົມສາກົນຕີລາຄາສູງ.