ຂ່າວສານ

ຫວຽດ​ນາມ​ສືບ​ຕໍ່​ເປັນ​ເຈົ້​າ​ການ​ປະ​ກອບ​ສ່ວນ​ຊຸກ​ຍູ້​ສິດ​ທິ​ມະ​ນຸດ​ໃນ​ໂລກ

ການປ່ອນບັດເລືອກຕັ້ງສະມາຊິກໃໝ່ຂອງສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025 ໃນນັ້ນ ມີ ຫວຽດນາມ ແມ່ນຜູ້ອອກສະໝັກຮັບເລືອກຕັ້ງເຊິ່ງໄດ້ດຳເນີນທີ່ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 77 ຢູ່ນິວຢອກໃນວັນທີ 11 ຕຸລາ. ເລື່ອງຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກອົງການສິດທິມະນຸດຂອງ ສປຊ ຄັ້ງທີ 2 ແມ່ນສົມກຽດ ແລະ ເປັນການເປີດເສັ້ນທາງໃໝ່ເພື່ອໃຫ້ ຫວຽດນາມ ສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ສິດທິມະນຸດໃນໂລກ
  ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ   

ສະມາຊິກໃໝ່ 14 ປະເທດໃນຈຳນວນ 17 ປະເທດອອກສະໝັກຮັບເລືອກຕັ້ງໄດ້ປ່ອນບັດເລືອກເຂົ້າເປັນສະມາຊິກຂອງສະພາສິດທິມະນຸດ ສປຊ, ເຊິ່ງແມ່ນຜູ້ຕາງໜ້າໃຫ້ແກ່ 5 ກຸ່ມປະເທດລວມມີ: ອາບຟຼິກກາ, ອາຊີ - ປາຊີຟິກ, ເອີລົບຕາເວັນອອກ, ອາເມລິກາລາຕິນ ແລະ ກາຣີເບ, ເອີລົບຕາເວັນຕົກ ແລະ ປະເທດອື່ນໆ. ກຸ່ມບັນດາປະເທດອາຊີ - ປາຊີຟິກໄດ້ຮັບຖືວ່າມີການແກ້ງແຍ້ງແຮງທີ່ສຸດເມື່ອມີປະເທດອອກສະໝັກຮັບເລືອກຕັ້ງ 6 ປະເທດໃນຂະນະທີ່ມີແຕ່ 4 ບ່ອນນັ່ງ ແລະ ບັນດາປະເທດໄດ້ຮັບໄຊຊະນະໃນການເລືອກຕັ້ງລວມມີ: ຫວຽດນາມ, Bangladesh, Kyrgyzstan ແລະ Maldives. ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງປະກາດໝາກຜົນຂອງການປ່ອນບັດເລືອກຕັ້ງ, ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

ເລື່ອງ ສະມັດຊາໃຫຍ່ ສປຊ ເລືອກຕັ້ງຫວຽດນາມ ເປັນສະມາຊິກຂອງສະພາສິດທິມະນຸດອາຍຸການ 2023  2025 ມີຄວາມໝາຍອັນຍິ່ງໃຫຍ່ ແລະ ເປັນການຢັ້ງຢືນການຮັບຮູ້ທີ່ຕັ້ງບົດບາດຂອງ ຫວຽດນາມ ແລະ ພ້ອມທັງຢັ້ງຢືນຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ໃນຕະຫຼອດໄລຍະຜ່ານມາ. ອາດເວົ້າໄດ້ວ່າ ນີ້ແມ່ນຄວາມມານະພະຍາຍາມຢ່າງໃຫຍ່ຫຼວງທີ່ສຸດ, ແມ່ນແຜນນະໂຍບາຍ, ແນວທາງ, ນະໂຍບາຍລຸລ່ວງຂອງພັກ ແລະ ລັດ ຫວຽດນາມໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ແລະ ກໍ່ແມ່ນໜຶ່ງໃນບັນດາເນື້ອໃນຫຼັກໃນການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ເຊິ່ງພວກເຮົາພວມມຸ່ງໄປເຖິງ. ປະຊາຄົມສາກົນຕັ້ງຄວາມຫວັງໄວ້ກັບຫວຽດນາມ ຢ່າງໃຫຍ່ຫຼວັງວ່າ ໃນຄັ້ງທີ 2 ທີ່ເຂົ້າຮ່ວມສະພາສິດທິມະນຸດນີ້ແລ້ວ, ນອກຈາກຄວາມມານະພະຍາຍາມຊຸກຍູ້ສິດທິມະນຸດ, ຫວຽດນາມ ຈະປະກອບສ່ວນເຂົ້າໃນວຽກງານຂອງປະຊາຄົມສາກົນຕື່ມອີກ.

ເຫດການ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025 ມີເພື່ອນມິດຊາວຝລັ່ງຫຼາຍຄົນຮູ້ສຶກປິຕິຊົມຊື່ນຍິນດີຕ້ອນຮັບ, ຖືນີ້ແມ່ນການຮັບຮູ້ຢ່າງເໝາະສົມຂອງປະຊາຄົມສາກົນທີ່ມີຕໍ່ບົດບາດຂອງ ຫວຽດນາມ ແລະ ກໍ່ແມ່ນຜົນງານອັນຊອບທຳບົນເສັ້ນທາງແຫ່ງການພັດທະນາຢ່າງຖືກຕ້ອງເຊິ່ງ ຫວຽດນາມ ໄດ້ຄັດເລືອກ. ທ່ານ Gerard Daviot, ອະດີດປະທານສະມາຄົມມິດຕະພາບ ຝລັ່ງ ຫວຽດນາມ (AAFV) ຕີລາຄາວ່າ:

ເລື່ອງ ຫວຽດນາມ ໄດ້ຮັບການປ່ອນບັດເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ສຳລັບຂ້າພະເຈົ້າແລ້ວ, ຖືເປັນເລື່ອງທຳມະດາ ແລະ ຊອບທຳ ຍ້ອນວ່ານັ້ນແມ່ນເສັ້ນທາງໂດຍຫວຽດນາມ ວາງອອກ ແລະ ປະຕິບັດໄດ້ສຳເລັດ. ຫວຽດນາມ ພວມກ້າວເດີນບົນເສັ້ນທາງທີ່ຖືກຕ້ອງ. ຂ້າພະເຈົ້າຖືຕົນເອງຄືດັ່ງພົນລະເມືອງໂລກ ແລະ ຂ້າພະເຈົ້າຕີລາຄາສູງທີ່ສຸດຕໍ່ເສັ້ນທາງເຊິ່ງ ຫວຽດນາມ ຜ່ານຜ່າ, ເຊິ່ງແມ່ນເສັ້ນທາງທີ່ເໝາະສົມ, ເຊີດຊູບັນດາການນຳ ແລະ ປະຊາຊົນ ຫວຽດນາມ. ນັ້ນແມ່ນການຢັ້ງຢືນຂອງສາກົນ. ປັດຈຸບັນ, ຫວຽດນາມ ໄດ້ຮັບການປ່ອນບັດຄັດເລືອກເຂົ້າເປັນສະມາຊິກສະພາສິດທິມະນຸດ, ຕ້ອງຖືວ່າ ນັ້ນແມ່ນການຢັ້ງຢືນຂອງທົ່ວໂລກ. ຂ້າພະເຈົ້າຂໍສະແດງຄວາມຍິນດີຕໍ່ການນຳ ແລະ ປະຊາຊົນ ຫວຽດນາມ ທີ່ກາຍເປັນໜຶ່ງໃນບັນດາປະເທດ ໄດ້ຮັບການເຊີດຊູກ່ຽວກັບສິດທິມະນຸດຈາກໂລກ.

ກໍ່ຄືກັນກັບທ່ານ Daviot, ທ່ານນາງ Helene Luc ສະມາຊິກສະພາສູງກິດຕິມະສັກ, ເຊິ່ງແມ່ນຜູ້ທີ່ໄດ້ຮຽງບ່າຮຽງໄລ່ກັບຫວຽດນາມ ໃນຕະຫຼອດໄລຍະຕໍ່ສູ້ຍາດເອົາເອກະລາດຊົນຊາດ ແລະ ກໍ່ສ້າງປະເທດຊາດ ໃຫ້ຂໍ້ສັງເກດວ່າ, ນີ້ແມ່ນຂ່າວ ດີ ແລະ ສຳຄັນ ສຳລັບ ຫວຽດນາມ ແລະ ອົງການສິດທິມະນຸດຂອງ ສປຊ. ທ່ານນາງໃຫ້ຮູ້ວ່າ:

ຂ້າພະເຈົ້າດີໃຈຫຼາຍເມື່ອໄດ້ຮັບຂ່າວນີ້ ແລະ ຖືວ່ານີ້ແມ່ນຂ່າວດີມີຄວາມໝາຍສຳຄັນທີ່ສຸດ. ຂ້າພະເຈົ້າເຊື່ອໝັ້ນວ່າເລື່ອງໄດ້ຮັບການປ່ອນບັດເລືອກຕັ້ງເປັນສະມາຊິກ ສະພາສິດທິມະນຸດ ສປຊ, ຫວຽດນາມ ຈະຊ່ວຍແກ້ບັນຫາໄດ້ຫຼາຍທີ່ສຸດ ແລະ ບົດບາດໃໝ່ນີ້ຈະເອື້ອອຳນວຍໃຫ້ ຫວຽດນາມ ວສໃສດເຮັດໄດ້ຫຼາຍສິ່ງຫຼາຍຢ່າງກ່ວາເກົ່າ. ຂ້າພະເຈົ້າກໍ່ເຊື່ອໝັ້ນວ່າ ສິ່ງນີ້ຈະຊ່ວຍຊຸກຍູ້ວິວັດການປະຊາທິປະໄຕຢູ່ ສປຊ ກ່ວາອີກ ແລະ ຫວຽດນາມ ຈະປະຕິບັດຄວາມຮັບຜິດຊອບໄດ້ຢ່າງສຳເລັດ ແລະ ຄົບຖວ້ນ. ນີ້ແມ່ນສິ່ງທີ່ດີທີ່ສຸດ ແລະ ຂ້າພະເຈົ້າມີຄວາມປະຕິຊົມຊື່ນຢ່າງແທດຈິງ.

ປັດຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຕັ້ງໜ້າ, ເປັນເຈົ້າການໃນການເຂົ້າຮ່ວມ ສົນທິສັນຍາສາກົນ ກ່ຽວກັບສິດທິມະນຸດ ໂດຍ ສປຊ ແລະ ບັນດາອົງການຈັດຕັ້ງສາກົນປະກາດໃຊ້ເກືອບທັງໝົດ. ໄລ່ຮອດປີ 2021, ຫວຽດນາມ ໄດ້ໃຫ້ສັດຕະຍາບັນ, ເຂົ້າຮ່ວມສົນທິສັນຍາ ພື້ນຖານ ຂອງ ສປຊ ກ່ຽວກັບສິດທິມະນຸດ7/9 ສະບັບ; ໃຫ້ສັດຕະຍາບັນ, ເຂົ້າຮ່ວມ ສົນທິສັນຍາ ຂອງອົງການແຮງງານສາກົນ (ILO) 25 ສະບັບ, ໃນນັ້ນມີ ສົນທິສັນຍາພື້ນຖານ 7/8ສະບັບ. ບັນດາສົນທິສັນຍາສາກົນ ກ່ຽວກັບສິດທິມະນຸດ ເຊິ່ງ ຫວຽດນາມແມ່ນສະມາຊິກ, ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດ ແລະ ຖືນີ້ແມ່ນຄວາມຮັບຜິດຊອບດ້ານການເມືອງ, ນິຕິກຳຂອງລັດ.

ຫວຽດນາມ ສືບຕໍ່ໄດ້ຮັບໄຊຊະນະການເລືອກຕັ້ງເປັນສະມາຊິກຂອງສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025 ແມ່ນສິ່ງທີ່ເໝາະສົມເພື່ອ ສືບຕໍ່ປະກອບສ່ວນເຂົ້າການເຄື່ອນໄຫວຂອງສປຊ ໃນການສ້າງສັນຕິພາບ, ພັດທະນາ ແລະ ຮັບປະກັນສິດທິມະນຸດຢ່າງມີປະສິດທິຜົນ. ສິ່ງນີ້ກໍ່ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ຂອງເພື່ອນມິດສາກົນຕໍ່ ຫວຽດນາມ ເມື່ອ ຫວຽດນາມ ເຄີຍມີອາຍຸການ 2014 – 2016 ປະສົບຜົນສຳເລັດເຊິ່ງໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆຂອງສະພາສິດທິມະນຸດຢ່າງຕັ້ງໜ້າ, ຊຸກຍູ້ບັນດາຂໍ້ລິເລີ່ມສະແດງໃຫ້ເຫັນຂີດໝາຍ ເຊິ່ງປະຊາຄົມສາກົນຕີລາຄາສູງ.


top