• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເລືອກ 5 ທ້ອງ​ຖິ່ນ​ເປັນ​ສະ​ຖານ​ທີ່​ສ້າງ​ຮູບ​ແບບ​ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເສດ​ຖະ​ກິດ ຜູ້​ອາ​ຍຸ​ສູງ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ ລັດ​ຖະ​ບານ ຈະ​ເລືອກ​ເອົາ 5 ທ້ອງ​ຖິ່ນ​ລວມ​ມີ: ຮ່າ​ໂນ້ຍ, ທ້າຍງວຽນ, ດ່າ​ນັ້ງ, ນະ​ຄອນ ໂຮ່​ຈີ​ມິນ ແລະ ອານ​ຢາງ​ເປັນ​ສະ​ຖານ​ທີ່​ສ້າງ​ແບບ​ຢ່າງ​ດີ​ເດັ່ນ ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເສດ​ຖະ​ກິດ ຜູ້​ອາ​ຍຸ​ສູງ.
  ທ່ານ ຫງວຽນ​ແທັງ​ງີ ຫົວ​ໜ້າ​ຄະ​ນະ​ນະ​ໂຍ​ບາຍ, ຍຸດ​ທະ​ສາດ​ສູນ​ກາງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VNA)  

ປັດ​ຈຸ​ບັນ, ຫວຽດ​ນາມ ມີ​ປະ​ຊາ​ຊົນ​ໃນ​ເກນ​ອາ​ຍຸ​ແຕ່ 60 ປີ​ຂຶ້ນ​ເມື່ອ​ເກືອບ 16,5 ລ້ານ​ຄົນ, ກວ່າ 9 ລ້ານ​ຄົນ​ຍັງ​ອອກ​ແຮງ​ງານ, ​ທຳ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ. ຄາດ​ວ່າ​ຮອດ​ປີ 2034, ຈຳ​ນວນ​ຜູ້​ມີ​ອາ​ຍຸ​ແຕ່ 60 ປີ​ຂຶ້ນ​ເມືອ​ສາ​ມາດ​ບັນ​ລຸ​ເກື​ອບ 21 ລ້ານ​ຄົນ, ໄລ​ຍະ​ປະ​ຊາ​ກອນ​ຄຳ ຄາດ​ວ່າ​ສິ້ນ​ສຸດ​ໃນ​ປີ 2036.

ຕໍ່​ໜ້າ​ສະ​ພາບ​ການ​ນີ້, ຢູ່ກອງ​ປະ​ຊຸມ​ສຳ​ມະ​ນາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເສດ​ຖະ​ກິດ​ຜົນ​ງອກ ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 16 ພະ​ຈິກ, ທ່ານ ຫງວຽນ​ແທັງ​ງີ ຫົວ​ໜ້າ​ຄະ​ນະ​ນະ​ໂຍ​ບາຍ, ຍຸດ​ທະ​ສາດ​ສູນ​ກາງ ເນັ້ນ​ໜັກ​ວ່າ ຄວາມ​ຮຽກ​ຮ້ອງ​ໃນ​ປັດ​ຈຸ​ບັນ ບໍ່​ພຽງ​ແຕ່​ແກ່​ອາ​ຍຸ​ຍືນ​ເທົ່າ​ນັ້ນ ຫາກ​ຍັງ​ສຳ​ຄັນ​ກວ່າ​ນັ້ນ​ແມ່ນ​ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ດຳ​ລົງ​ຊີ​ວິດ, ສຸ​ຂະ​ພາບ, ຄວາມ​ສາ​ມາດ​ເປັນ​ເຈົ້າ​ຕົນ​ເອງ ແລະ ຄວາມ​ສາ​ມາດ​ເຂົ້າ​ຮ່ວມ​ສັງ​ຄົມ​ຂອງ​ຜູ້​ມີ​ອາ​ຍຸ​ສູງ.

ຢູ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານນາງ ຟ້າມ​ທິ​ແທັງ​ຈ່າ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໃຫ້​ຮູ້​ວ່າ, ລັດ​ຖະ​ບານ​ຈະ​ສືບ​ຕໍ່​ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ລະ​ດົມ​ແຫຼ່ງ​ກຳ​ລັງ, ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເສດ​ຖະ​ກິດ​ຜູ້​ອາ​ຍຸ​ສູງ.

ລັດ​ໃຫ້​ບຸ​ລິ​ມະ​ສິດ​ແຫຼ່ງ​ກຳ​ລັງ​ຮັບ​ປະ​ກັນ​ການ​ໜູນ​ຊ່ວຍ​ສັງ​ຄົມ​ທີ່​ເປັນ​ຈຳ, ໜູນ​ຊ່ວຍ​ກຸ່ມ​ຄົນ​ທີ່​ມີ​ຄວາມ​ສ່ຽງ​ສູງ ແລະ ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ເພື່ອ​ນຳ​ພາ. ສຸມ​ໃສ່​ເຂົ້າ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄວາມ​ຕ້ອງ​ການ​ໃຫຍ່, ຄວາມ​ສາ​ມາດ​ພັດ​ທະ​ນາ ແລະ ມີ​ກຳ​ລັງ​ແຮງ​ແຜ່​ກະ​ຈາຍ​ສູງຄື: ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ, ຟື້ນ​ຟູ​ບົດ​ບາດ​ໜ້າ​ທີ່, ເບິ່ງ​ແຍງ​ດູ​ແລ​ຍາວ​ນານ, ເຮືອນ​ຢູ່, ພື​້ນ​ຖານ​ໂຄງ​ລ່າງ​ເປັນ​ມິດ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ແລະ ເຕັກ​ໂນ​ໂລ​ຢີ​ໜູນ​ຊ່ວຍ​ຜູ້​ອາ​ຍຸ​ສູງ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ ລັດ​ຖະ​ບານ ຈະ​ເລືອກ​ເອົາ 5 ທ້ອງ​ຖິ່ນ​ລວມ​ມີ: ຮ່າ​ໂນ້ຍ, ທ້າຍງວຽນ, ດ່າ​ນັ້ງ, ນະ​ຄອນ ໂຮ່​ຈີ​ມິນ ແລະ ອານ​ຢາງ​ເປັນ​ສະ​ຖານ​ທີ່​ສ້າງ​ແບບ​ຢ່າງ​ດີ​ເດັ່ນ ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເສດ​ຖະ​ກິດ ຜູ້​ອາ​ຍຸ​ສູງ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ​ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ​ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ພາຍຫຼັງ​ພິ​ທີ​ຕ້ອ​ນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ José Antonio Kast ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ, ດຳ​ເນີນ​ການ​ເຈ​ລະ​ຈາ

Top