• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສະ​ເໜີຫຼາຍ​ການກຳ​ນົດ​ທິດ​ຊຸກ​ຍູ້​ການ​ພົວ​ພັນ ອາ​ຊຽນ - ອາ​ເມ​ລິ​ກາ

ວັນ​ທີ 22 ກໍ​ລະ​ກົດ, ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ - ອາ​ເມ​ລິ​ກາ. ເຫດ​ການ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 59 (AMM – 59) ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ຢູ່ ຟີ​ລິບ​ປິນ.
  ທ່ານ ເລ​ຮ​ວ່າຍ​ຈູງ ກຳ​ມະ​ການ​ກົມ​ການ​ເມືອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: VNA)  

ເມື່ອ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ສະ​ເໜີໃຫ້ ອາ​ຊຽນ ແລະ ອາ​ເມ​ລິ​ກາ ຊຸກ​ຍູ້​ການ​ຄ້າ ແລະ ການ​ລົງ​ທຶນ​ຕາມ​ທິດ​ເປີດ​ອົກ​ເປີດ​ໃຈ, ໂປ່ງໃສ, ຕ​່າງ​ຝ່າ​ຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ; ເພີ່ມ​ທະ​ວີ​ການ​ຮ່ວມມ​ື​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ປັນ​ຍາ​ປະ​ດິດ​ (AI), ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ… ພ້ອມ​ທັງ​ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ ສືບ​ຕໍ່​ໃຫ້​ການ​ໜູນ​ຊ່ວຍ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ຕື່ມ​ອີກ.

ເມື່ອ​ເວົ້າ​ເຖິງ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ, ທ່ານ​ລັດ​ຖະ​ມົນ​ຕີ ເລ​ຮ​ວ່າຍ​ຈິງ ຮຽກ​ຮ້ອງ​ໃຫ້ ອາ​ເມ​ລິ​ກາ ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ໂຄງ​ປະ​ກອບ​ພາກ​ພື້ນ​ທີ່​ເປີດ​ອົກ​ເປີດ​ໃຈ, ກວມ​ລວມ, ໂປ່ງໃສ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ອີງຕາມ​ຂໍ້​ກຳ​ນົດ​ກົດ​ໝາຍ, ໂດຍ ອາ​ຊຽນ ສວມ​ບົດ​ບາ​ດ​ເປັນ​ໃຈ​ກາງ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ກະກຽມ​ຈັດ​ວາງ​ອັດ​ຕາ​ພາ​ສີ​ຮອບ​ໃໝ່​ສຳ​ລັບ 60 ຄູ່​ຮ່ວມ​ມື​ທາງ​ການ​ຄ້າ

ອາ​ເມ​ລິ​ກາ ກະກຽມ​ຈັດ​ວາງ​ອັດ​ຕາ​ພາ​ສີ​ຮອບ​ໃໝ່​ສຳ​ລັບ 60 ຄູ່​ຮ່ວມ​ມື​ທາງ​ການ​ຄ້າ

ວັນ​ທີ 21 ກໍ​ລະ​ກົດ, ທ່ານ Jamieson Greer ຜູ້​ຕາງ​ໜ້າ​ດ້ານ​ການ​ຄ້າ ອາ​ເມ​ລິ​ກາ ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ວໍ​ຊິງ​ຕັນ ຈະ “ມີ​ການ​ກະ​ທຳ​ໂດຍ​ໄວ” ກ່ຽວ​ກັບ​​ການ​ຈັດ​ວາງ​ອັດ​ຕາ​ພາ​ສີ​ໃໝ່​ສຳ​ລັບນັບ​ສິບ​ປະ​ເທດ, ໃນຂ​ະ​ນະ​ທີ່​ອັດ​ຕາ​ພາ​ສີ​ຊົ່ວ​ຄາວ​ທົ່ວ​ໂລກ 10% ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຈະ​ໝົດ​ຜົນ​ສັກ​ສິດ​ໃນ​ວັນ​ທີ 24 ກໍ​ລະ​ກົດ.

Top