ຂ່າວສານ

ຫວຽດ​ນາມ ສະ​ເໜີຫຼາຍ​ການກຳ​ນົດ​ທິດ​ຊຸກ​ຍູ້​ການ​ພົວ​ພັນ ອາ​ຊຽນ - ອາ​ເມ​ລິ​ກາ

ວັນ​ທີ 22 ກໍ​ລະ​ກົດ, ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ - ອາ​ເມ​ລິ​ກາ. ເຫດ​ການ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 59 (AMM – 59) ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ຢູ່ ຟີ​ລິບ​ປິນ.
  ທ່ານ ເລ​ຮ​ວ່າຍ​ຈູງ ກຳ​ມະ​ການ​ກົມ​ການ​ເມືອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: VNA)  

ເມື່ອ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ສະ​ເໜີໃຫ້ ອາ​ຊຽນ ແລະ ອາ​ເມ​ລິ​ກາ ຊຸກ​ຍູ້​ການ​ຄ້າ ແລະ ການ​ລົງ​ທຶນ​ຕາມ​ທິດ​ເປີດ​ອົກ​ເປີດ​ໃຈ, ໂປ່ງໃສ, ຕ​່າງ​ຝ່າ​ຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ; ເພີ່ມ​ທະ​ວີ​ການ​ຮ່ວມມ​ື​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ປັນ​ຍາ​ປະ​ດິດ​ (AI), ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ… ພ້ອມ​ທັງ​ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ ສືບ​ຕໍ່​ໃຫ້​ການ​ໜູນ​ຊ່ວຍ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ຕື່ມ​ອີກ.

ເມື່ອ​ເວົ້າ​ເຖິງ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ, ທ່ານ​ລັດ​ຖະ​ມົນ​ຕີ ເລ​ຮ​ວ່າຍ​ຈິງ ຮຽກ​ຮ້ອງ​ໃຫ້ ອາ​ເມ​ລິ​ກາ ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ໂຄງ​ປະ​ກອບ​ພາກ​ພື້ນ​ທີ່​ເປີດ​ອົກ​ເປີດ​ໃຈ, ກວມ​ລວມ, ໂປ່ງໃສ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ອີງຕາມ​ຂໍ້​ກຳ​ນົດ​ກົດ​ໝາຍ, ໂດຍ ອາ​ຊຽນ ສວມ​ບົດ​ບາ​ດ​ເປັນ​ໃຈ​ກາງ.


top