• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ: ຈຸ​ດ​ພົ້ນ​ເດັ່ນ​ດ້ານ​ເສດ​ຖະ​ກິ​ດ​ໂລກ

ເສດຖະກິດ ຫວຽດນາມ ພວມເພີ່ມຄວາມໄວເພື່ອບັນລຸເປົ້າໝາຍໃນປີ 2022, ພາຍຫຼັງບັນລຸລະດັບການເຕີບໂຕ 8,83%ໃນ 9 ເດືອນຜ່ານມາ. ມີຫຼາຍຂະແໜງການໄດ້ຟື້ນຟູຢ່າງແຮງ ແລະ ບັນລຸລະດັບການເຕີບໂຕສູງກ່ວາເມື່ອທຽບໃສ່ກັບຈຸດເວລາເກີດກ່ອນພະຍາດໂຄວິດ - 19. ໝາກຜົນຂອງການເຕີບໂຕບໍ່ພຽງແຕ່ປະກົດອອກຜ່ານບັນດາຂະແໜງການສົ່ງອອກຫຼັກແຫຼ່ງເທົ່ານັ້ນ ຫາກຍັງປະກົດອອກຜ່ານມີອັດຕາເຕີບໂຕຢ່າງສະໝ່ຳສະເໝີໃນຫຼາຍທ້ອງຖີ່ນອີກດ້ວຍ.

ເສດຖະກິດ ຫວຽດນາມ ພວມເພີ່ມຄວາມໄວເພື່ອບັນລຸເປົ້າໝາຍໃນປີ 2022, ພາຍຫຼັງບັນລຸລະດັບການເຕີບໂຕ 8,83%ໃນ 9 ເດືອນຜ່ານມາ. ມີຫຼາຍຂະແໜງການໄດ້ຟື້ນຟູຢ່າງແຮງ ແລະ ບັນລຸລະດັບການເຕີບໂຕສູງກ່ວາເມື່ອທຽບໃສ່ກັບຈຸດເວລາເກີດກ່ອນພະຍາດໂຄວິດ - 19. ໝາກຜົນຂອງການເຕີບໂຕບໍ່ພຽງແຕ່ປະກົດອອກຜ່ານບັນດາຂະແໜງການສົ່ງອອກຫຼັກແຫຼ່ງເທົ່ານັ້ນ ຫາກຍັງປະກົດອອກຜ່ານມີອັດຕາເຕີບໂຕຢ່າງສະໝ່ຳສະເໝີໃນຫຼາຍທ້ອງຖີ່ນອີກດ້ວຍ.

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມລະຫວ່າງລັດຖະບານ ແລະ ບັນດາທ້ອງຖິນ (ພາບ: TTXVN)

ເສດຖະກິດຫວຽດນາມ ມີການເຕີບໂຕຢ່າງສະໝ່ຳສະເໝີໃນທັງ 3 ຂົງເຂດ: ກະສິກຳ, ອຸດສາຫະກຳ ແລະ ການບໍລິການ. ໄພເງິນເຟີ້ໄດ້ຮັບການຄວບຄຸມຢູ່ລະດັບ 2,73%.

ຮັບຮູ້ການເຕີບໂຕທີ່ເປັນໜ້າປະທັບໃຈຢູ່ບັນດາທ້ອງຖິ່ນ.

        ນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ, ສອງສູນກາງເສດຖະກິດໃນທົ່ວປະເທດ ແລະ ກໍ່ແມ່ນສອງທ້ອງຖິ່ນໄດ້ຮັບຜົນກະທົບຫຼາຍຈາກພະຍາດໂຄວິດ - 19, ລ້ວນແຕ່ຢັ້ງຢືນການເຕີບໂຕເກືອບ 2 ຕົວເລກໃນ 9 ເດືອນຜ່ານມາ. ບໍ່ສະເພາະແຕ່ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນເທົ່ານັ້ນ ຍັງມີຫຼາຍທ້ອງຖິ່ນຕ່າງໆຕື່ມອີກທີ່ມີອັດຕາການເຕີບໂຕ GRDP ເປັນໜ້າປະທັບໃຈຄື: ບັກນິງ 9,7%; ຫາຍເຢືອງ 10,14%; ກ໋ວາງນິງ 10,12%; ຫ໋າຍຝ່ອງ 12,06%; ເກິ່ນເທີ 17,57%; ດ່ານັ້ງ 16,76%... ຍິ່ງໄປກ່ວານັ້ນ ແຂວງແຄ໊ງຮ່ວາ ມີການເຕີບໂຕ 20,48%, ສ່ວນບັກຢາງແມ່ນ 23,98%. ຢູ່ກອງປະຊຸມທາງໄກລະຫວ່າງລັດຖະບານກັບ 63 ແຂວງ, ນະຄອນ ແລະ ກອງປະຊຸມລັດຖະບານປະຈຳເດືອນກັນຍາ ປີ 2022 ທີ່ໄດ້ດຳເນີນໃນທ້າຍອາທິດແລ້ວ, ການນຳນະຄອນ ໂຮ່ຈີມິນ, ນະຄອນຮ່າໂນ້ຍ ແລະ ການນຳແຂວງ ແຄ໊ງຮ່ວາໃຫ້ຮູ້ວ່າ:

        ໄລ່ສະເພາະການເຕີບໂຕໃນໄຕມາດທີ III ຂອງນະຄອນ ໂຮ່ຈີມິນ ບັນລຸ 30,02% , ລວມທັງໝົດ 9 ເດືອນແມ່ນບັນລຸ 9,97%. ນອກຈາກບັນດານະໂຍບາຍວິທີການແກ້ໄຂຢ່າງທັນການ, ຄົບຊຸດຂອງສູນກາງ, ການຊີ້ນຳບໍລິຫານຢ່າງຂ້ຽວຂາດ, ໃກ້ຊິດຕິດແທດຂອງ ລັດຖະບານ, ຄວາມເປັນເຈົ້າການຂອງນະຄອນໃນການຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດແລ້ວ, ປັດໄຈຜ່ານຜ່າຄວາມຫຍຸ້ງຍາກ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງຂອງປະຊາຊົນ ແລະ ວິສາຫະກິດກໍ່ແມ່ນປັດໄຈຕັດສິນຊີ້ຂາດໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມຂອງນະຄອນ.

- ການເຕີບໂຕ GDP ໃນ ໄຕມາດ III ຂອງຮ່າໂນ້ຍບັນລຸລະດັບ 15,71%, ໄລ່ທັງ 9 ເດືອນບັນລຸ 9,69%, ໃນນັ້ນການບໍລິການແມ່ນບັນລຸ 11,51%, ອຸດສາຫະກຳ ກໍ່ສ້າງບັນລຸ 7,83%

- 9 ເດືອນຜ່ານມາ, ສະພາບການເສດຖະກິດ, ສັງຄົມຂອງແຂວງ ແຄ໊ງຮ່ວາ ມີຈະເລີນເຕີບໂຕດີ ແລະ ຮັກສາໄດ້ຄວາມໄວໃນການພັດທະນາ. ບັນດາຄາດໝາຍດ້ານເສດຖະກິດເພີ່ມຂຶ້ນສູງກ່ວາເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ. ຍອດຜະລິດຕະພັນໃນບໍລິເວນແຂວງ ບັນລຸ 20,48%, ບັນດາດັດຊະນີຜະລິດອຸດສາຫະກຳ ຍອດລະດັບການຂາຍຍ່ອຍສິນຄ້າ ລາຍຮັບໄດ້ຈາກການທ່ອງທ່ຽວເພີ່ມຂຶ້ນສູງ, ມາຮອດປັດຈຸບັນໄດ້ລື່ນແຜນການ 103%.

ຫວຽດນາມ ໄດ້ຮັບການຄາດຄະເນຂຶ້ນກັບກຸ່ມປະເທດມີອັດຕາເຕີບໂຕສູງທີ່ສຸດໃນພາກພື້ນ

ພາຍຫຼັງຂໍ້ມູນສະຖິຕິກ່ຽວກັບສະພາບການເສດຖະກິດ - ສັງຄົມ 9 ເດືອນໄດ້ຮັບການປະກາດ, ກະຊວງແຜນການ ແລະ ການລົງທຶນໄດ້ດັດປັບແຜນການດ້ານເສດຖະກິດ ແລະ ບັນດາການຄາດຄະເນກ່ຽວກັບຄວາມສາມາດບັນລຸໄດ້ເປົ້າໝາຍແຜນການຂອງປີ 2022. ຕາມນັ້ນແລ້ວ, ຕົວເລກ ເຕີບໂຕ GDP ທີ່ຍົກອອກມາປີນີ້ມີອາດຈະບັນລຸ 8%, ສູງກ່ວາ ປະມານ 1,5 – 2 ສ່ວນຮ້ອຍ ເມື່ອທຽບໃສ່ກັບເປົ້າໝາຍ ໂດຍສະພາແຫ່ງຊາດມອບໝາຍໃຫ້ ແລະ ລັດຖະບານວາງອອກ (6 – 6,5%), ສ້າງກຳລັງໜູນໃຫ້ແກ່ການເຕີບໂຕດ້ານເສດຖະກິດໃນປີ 2023.

        ໃນຂະນະນັ້ນ, ມີຫຼາຍອົງການຈັດຕັ້ງສາກົນ, ນັກຊ່ຽວຊານທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຕີລາຄາຢ່າງຕັ້ງໜ້າ, ມີຄວາມປະເອີບໃຈຕໍ່ ວຽດນາມ. ຫວຽດນາມ ໄດ້ຮັບການຄາດຄະເນວ່າຈະໄດ້ນອນຢູ່ໃນກຸ່ມປະເທດມີອັດຕາເຕີບໂຕສູງທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃນປີ 2022 ແລະ 2023 (Moody‘s, WB, ADB ຄາດຄະເນວ່າການເຕີບໂຕ GDP ຂອງຫວຽດນາມ ໃນປີ 2022 ຕາມລຳດັບແມ່ນ 8,5%, 7,2%, 6,5%).

        ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນວັນທີ 4 ຕຸລາ, ທ່ານນາງ Era Dabla-Norris,ຫົວໜ້າຄະນະຕິດຕາມກວດກາຂອງ ກອງທຶນເງິນຕາສາກົນ (IMF) ຮັບຜິດຊອບກ່ຽວກັບເສດຖະກິດມະຫາພາກ ແລະ ການເງິນ, ເງິນຕາ ຂອງບັນດາປະເທດສະມາຊິກ, ໃຫ້ຮູ້ວ່າ IMF ຄາດຄະເນວ່າການເຕີບໂຕ GDP ຂອງ ຫວຽດນາມ ໃນປີ 2022 ແມ່ນປະມານ 7 - 7,5%, ໄພເງິນເຟີ້ສະເລ່ຍຕ່ຳກ່ວາເມື່ອທຽບໃສ່ກັບເປົ້າໝາຍ 4%, ພ້ອມທັງຕ່ຳກ່ວາເມື່ອທຽບໃສ່ກັບບັນດາປະເທດໃນໂລກ ແລະ ພາກພື້ນ, ບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດພວມຟື້ນຟູຢ່າງແຮງ ແລະ ໃນວົງກ້ວາງ. ຕາມທ່ານນາງ Era Dabla-Norris ແລ້ວ, ນີ້ແມ່ນສິ່ງທີ່ງ IMF ບໍ່ສາມາດສັງເກດເຫັນຢູ່ພື້ນຖານເສດຖະກິດຕ່າງໆ. ສຳລັບ ຫວຽດນາມ, IMF ມີບ່ອນອີງເພື່ອເຊື່ອໝັ້ນວ່າ ເມື່ອເບິ່ງລວມແລ້ວ ສະພາບການດ້ານເສດຖະກິດມີຄວາມຕັ້ງໜ້າ ໂດຍບໍ່ຫົວຊາຕໍ່່ກໍລິນີສັບສົນຈາກພາຍນອກ. ຖ້າປະຕິບັດບັນດາມາດຕະການໄດ້ເປັນຢ່າງດີ ແມ່ນອນວ່າຫວຽດນາມ ຈະຜ່ານຜ່າປີ 2023 ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກນີ້ໄປໄດ້ ແລະ ມຸ່ງໄປເຖິງປີ 2024 ຢ່າງຕັ້ງໜ້າກ່ວານີ້ຕື່ມອີກ.

        ວັນທີ 3 ຕຸລາ, , S&P Global (ໂດຍແມ່ນໜຶ່ງໃນ 3 ອົງການຈັດອັນດັບສິນເຊື່ອໃຫຍ່ ແລະ ມີອິດທິພົນຊື່ສຽງທີ່ສຸດໃນໂລກ ທີ່ມີສຳນັກງານໃຫຍ່ຢູ່ ອາເມລິກາ), ໄດ້ປະກາດບົດລາຍງານດັດຊະນີ ນັກບໍລິຫານການຈັດຊື້ເຄື່ອງຂອງ (PMI) ຂະແໜງຜະລິດ ຫວຽດນາມ. ໃນນັ້ນມີ 3 ຈຸດພົ້ນເດັ່ນແມ່ນ: ປະລິມານການຜະລິດສືບຕໍ່ເພີ່ມຂຶ້ນຢ່າງແຮງ, ຄວາມກົດດັນເກີດໄພເງິນເຟີ້ຫຼຸດລົງ, ສິນຄ້າຊື້ມາແລະ ຜະລິດຕະພັນສຳເລັດຮູບຖືກຄ້າງສາງໄດ້ເພີ່ມຂຶ້ນ. ທ່ານ Andrew Harker ຜູ້ອຳນວຍການ ຮັບຜິດຊອບດ້ານເສດຖະກິດ S&P Global Market ໃຫ້ຂໍ້ສັງເກດວ່າ: ຍັງມີຄວາມເຊື່ອໝັ້ນຕໍ່ການດຳເນີນທຸລະກິດ ແລະ ດັ່ງນັ້ນ ແງ່ຫວັງໃຫ້ແກ່ 3 ເດືອນທ້າຍປີ ເບິ່ງລວມແລ້ວແມ່ນມີຄວາມຕັ້ງໜ້າ

ໃນຂະນະ ທີ່ເສດຖະກິດໂລກ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ແລະ ແງ່ຫວັງໃນທົ່ວໂລກຍັງຂາດສະຖຽນລະພາບນັ້ນ ຫວຽດນາມພົ້ນເດັ່ນຂຶ້ນຢ່າງຕັ້ງໜ້າພໍສົມຄວນ.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top