• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ລາວ ເພີ່ມທະວີສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ, ພາກພື້ນ

ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງກະຊວງການຕ່າງປະເທດ ສອງປະເທດໄລຍະ 2021 – 2025 ຢ່າງມີປະສິດທິຜົນ
  ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ:ກະຊວງການຕ່າງປະເທດຫວຽດນາມ)  

ວັນທີ 25 ພະຈິກ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂ່ຳນັບ, ເນື່ອງໃນໂອກາດມາ ຫວຽດນາມ ເປັນປະທານຮ່ວມກອງປະຊຸມປືກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 7, ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕີລາຄາສູງໝາກຜົນຂອງການຮ່ວມມືລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດ.

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ສະເໜີວ່າ: ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງກະຊວງການຕ່າງປະເທດ ສອງປະເທດໄລຍະ 2021 – 2025 ຢ່າງມີປະສິດທິຜົນ; ເນັ້ນໜັກໃນສະພາບການພາກພື້ນ ແລະ ໂລກມີການຜັນແປທີ່ສັບສົນ, ສອງຝ່າຍຄວນເພີ່ມທະວີສົມທົບທາງດ້ານຫຼັກໝັ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ, ພາກພື້ນ ແລະ ອະນຸພາກພື້ນ. ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນ ແລະ ໜູນຊ່ວຍຢ່າງສຸດຂີດເພື່ອໃຫ້ ລາວ ປະຕິບັດສຳເລັດບົດບາດເປັນປະທານ ອາຊຽນ ໃນປີ 2024.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 25 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ຈັດກອງປະຊຸມປືກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 7 ພາຍໃຕ້ການເປັນປະທານຮ່ວມຂອງທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ສປປ ລາວ ໂພໄຊ ໄຂຄຳພິທູນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top