ວັນທີ 16 ມິຖຸນາ, ທ່ານ ຟ້າມບິ່ງດ່າມ, ອຸປະທູດ ຫວຽດນາມ ປະຈຳ Timor-Leste ໄດ້ເຮັດວຽກກັບກຸ່ມນັກຄົ້ນຄວ້າຂອງ Timor-Leste ກ່ຽວກັບບົດຮຽນຂອງ ຫວຽດນາມ ໃນການສອນພາສາຕ່າງປະເທດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ປັນຍາປະດິດ ແລະ ການຫັນເປັນດີຈີຕອນໃນການສຶກສາ. ຜ່ານການແລກປ່ຽນອາດເຫັນໄດ້ຄວາມຕ້ອງການຮ່ວມມືດ້ານການສຶກສາ, ການຫັນເປັນດີຈີຕອນ ແລະ ການພັດທະນາຊັບພະຍາກອນມະນຸດລະຫວ່າງ ຫວຽດນາມ ແລະ Timor-Leste ທີ່ນັບມື້ນັບລະອຽດ, ແທດຈິງ ແລະ ຄວາມສາມາດດບົ່ມຊ້ອນຫຼາຍເພື່ອຊຸກຍູ້ໃນໄລຍະຈະມາເຖິງ.
ເມື່ອແລກປ່ຽນກ່ຽວກັບບັນດາສິ່ງທ້າທາຍຂອງ Timor-Leste, ທ່ານອຸປະທູດ ຟ້າມບິ່ງດ່າມ ແບ່ງປັນວ່າ Timor-Leste ອາດໃຫ້ບຸລິມະສິດພັດທະນາພື້ນຖານໂຄງລ່າງດີຈີຕອນຮັບໃຊ້ການສຶກສາ, ສົ່ງເສີມບັນດາບໍລິສັດໂທລະຄົມມະນາຄົມ ແລະ ວິສາຫະກິດເຕັກໂນໂລຊີລົງທຶນຢູ່ເຂດຫ່າງໄກສອກຫຼີກ; ທ່ານຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນກັບ Timor-Leste ບໍ່ພຽງແຕ່ບັນດາຜົນງານເທົ່ານັ້ນ, ຫາກນັບທັງບັນດາຄວາມຫຍຸ້ງຍາກ ແລະ ບົດຮຽນຕົວຈິງໃນວິວັດການປ່ຽນແປງໃໝ່ການສຶກສາອີກດ້ວຍ…






