ການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ ແລະ ຄວາມເສລີໃນການເດີນທະເລ ບໍ່ພຽງແຕ່ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍທາງທະເລເທົ່ານັ້ນ, ຫາກຍັງແມ່ນພື້ນຖານຂອງການຄ້າ, ຄວາມໝັ້ນຄົງດ້ານພະລັງງານ
ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫງວຽນມິນວູ, ກ່າວຄຳເຫັນທີ່ການໂອ້ລົມສົນທະນາ (ພາບ: TTXVN)
ວັນທີ 16 ມິຖຸນາ, ຢູ່ສຳນັກງານສະຫະປະຊາຊາດ ທີ່ນິວຢອກ, ປະເທດ ອາເມລິກາ, ທ່ານ ຫງວຽນມິນວູ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ໄດ້ເປັນປະທານການໂອ້ລົມສົນທະນາສາກົນ “ຄວາມປອດໄພ, ຄວາມໝັ້ນຄົງ ແລະ ຄວາມເສລີໃນການເດີນທະເລ: ກົດໝາຍ, ສິ່ງທ້າທາຍ ແລະ ການຮ່ວມມືລະຫວ່າງບັນດາປະເທດ” ຢູ່ນອກກອງປະຊຸມຄັ້ງທີ 36 ບັນດາປະເທດສະມາຊິກສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (SPLOS 36) ໂດຍ 12 ປະເທດຫຼັກຂອງ ກຸ່ມເພື່ອນມິດສົນທິສັນຍາກົດໝາຍວ່າດ້ວຍທະເລ (GoF UNCLOS) ຈັດຂຶ້ນ, ດ້ວຍການສົມທົບ, ຮ່ວມອຸປະຖຳຂອງ 5 ປະເທດສະມາຊິກອື່ນ. ການໂອ້ລົມສົນທະນາໄດ້ດຶງດູດຜູ້ຕາງໜ້າບັນດາປະເທດເຂົ້າຮ່ວມ , ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ພ້ອມກັບນັກຮຽນຮູ້, ນັກຊ່ຽວຊານທີ່ມາຈາກທຸກພາກພື້ນໃນໂລກກວ່າ 120 ທ່ານ ເຂົ້າຮ່ວມ.
ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫງວຽນມິນວູ, ຫົວໜ້າຄະນະ ຫວຽດນາມ ປະຈຳ SPLOS 36, ເນັ້ນໜັກວ່າ ການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ ແລະ ຄວາມເສລີໃນການເດີນທະເລ ບໍ່ພຽງແຕ່ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍທາງທະເລເທົ່ານັ້ນ, ຫາກຍັງແມ່ນພື້ນຖານຂອງການຄ້າ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຄວາມໝັ້ນທ່ຽງດ້ານເສດຖະກິດໃນທົ່ວໂລກອີກດ້ວຍ. ທ່ານຢືນຢັນວ່າ UNCLOS ໄດ້ສ້າງຂອບນິຕິກຳຢ່າງຮອບດ້ານ ເພື່ອດັດປັບການເຄື່ອນໄຫວທາງທະເລ, ຮັບປະກັນຄວາມດຸ່ນດ່ຽງດ້ານຜົນປະໂຫຍດລະຫວ່າງບັນດາປະເທດ.
ກຸ່ມເພື່ອນມິດແມ່ນຮູບການແລກປ່ຽນ, ສົມທົບກັນແບບບໍ່ເປັນທາງການ, ມີໄຫວພິບ, ເພື່ອເພີ່ມທະວີການຮ່ວມມືລະຫວ່າງປະເທດຈຳນວນໜຶ່ງທີ່ມີຄວາມສົນໃຈເຖິງບັນຫາລະອຽດຢູ່ສະຫະປະຊາຊາດ ແລະ ບັນດາເວທີປາໄສຫຼາຍຝ່າຍ ເຊັ່ນດຽວກັນ. ກຸ່ມເພື່ອນມິດ UNCLOS ໂດຍ ຫວຽດນາມ ແລະ ເຢຍລະມັນ ລິເລີ່ມ, ເປັນປະທານຮ່ວມສ້າງຂຶ້ນໃນປີ 2021, ປະຈຸບັນມີ 115 ສະມາຊິກ.
(ແຫຼ່ງຄັດຈາກ VOV)