ວັນທີ 18 ມິຖຸນາ, ໃນຂອບເຂດກອງປະຊຸມຄັ້ງທີ 36 ຂອງ ບັນດາປະເທດພາຄີ ສົນທິສັນຍາອົງການສະຫະປະຊາຊາດ ກ່ຽວກັບກົດໝາຍທະເລ (UNCLOS) ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ຢູ່ ນິວຢອກ (ສ ອາເມລິກາ), ທ່ານນາງ ຮສຈ. ປອ ຫງວຽນທິລານແອັງ, ຮອງຜູ້ນຳນວຍການ ສະຖາບັນການຕ່າງປະເທດ, ຜູ້ສະໝັກຮັບເລືອກຕັ້ງ ຂອງ ຫວຽດນາມ ໄດ້ຮັບເລືອກຕັ້ງ ເຂົ້າໃນຕຳແໜ່ງ ຜູ້ພິພາກສາ ສານກົດໝາຍທະເລສາກົນ (ITLOS) ອາຍຸການ 2026-2035 ດ້ວຍຄະແນນສຽງສູງສຸດ ໃນພາກພື້ນ ອາຊີ - ປາຊີຟິກ.
ຕາມການລາຍງານຂອງນັກຂ່າວ ສຳນັກຂ່າວສານ ຫວຽດນາມ (VNA) ປະຈຳ ນິວຢອກ, ນີ້ເປັນຄັ້ງທຳອິດ ທີ່ ຫວຽດນາມ ສະໝັກຮັບເລືອກຕັ້ງ ແລະ ມີຕົວແທນຢູ່ ITLOS ນັບຕັ້ງແຕ່ ສານດັ່ງກ່າວ ເລີ່ມເຄື່ອນໄຫວໃນປີ 1996. ການທີ່ ທ່ານນາງ ຮສຈ. ປອ ຫງວຽນທິລານແອັງ ໄດ້ຮັບເລືອກຕັ້ງ ດ້ວຍຄະແນນ ສຽງສູງ ແລະ ທັນທີຫຼັງການປ່ອນບັດຮອບທຳອິດ ໄດ້ສະແດງ ໃຫ້ເຫັນເຖິງ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນ ຕໍ່ກັບຖານະບົດບາດ ຂອງ ຫວຽດນາມ, ທັງເປັນຫຼັກຖານໃຫ້ແກ່ ບາດກ້າວຂະຫຍາຍຕົວໃໝ່ ຂອງການຕ່າງປະເທດຫຼາຍຝ່າຍ ແລະ ການເຊື່ອມໂຍງກົດໝາຍສາກົນ ຂອງປະເທດຊາດ. ໝາກຜົນດັ່ງກ່າວ ຍັງສະແດງໃຫ້ເຫັນເຖິງການຫັນປ່ຽນ ຈາກ ການເຂົ້າຮ່ວມຢ່າງຕັ້ງໜ້າ ໄປສູ່ການປະກອບສ່ວນ ທີ່ນັບມື້ ນັບແທດຕົວຈິງ ເຂົ້າໃນວິວັດທະນາການສ້າງສາ, ພັດທະນາ ແລະ ຈັດຕັ້ງປະຕິບັດ ບັນດາມາດຕະຖານ ແລະ ກົດລະບຽບ ລວມ ຂອງປະປະຊາຄົມສາກົນ; ຢືນຢັນຄວາມຮັບຜິດຊອບ ແລະ ຄວາມສາມາດ ປະກອບສ່ວນນັບມື້ນັບມີປະສິດທິຜົນ ຂອງ ຫວຽດນາມ ໃນລະບົບການບໍລິຫານທົ່ວໂລກ ໂດຍອີງໃສ່ ກົດໝາຍ. ຄວາມສຳເລັດນີ້ ພ້ອມກັນນັ້ນ ກໍ່ຢືນຢັນການຕີລາຄາ ໃນທາງບວກ ຂອງບັນດາປະເທດພາຄີ UNCLOS ຕໍ່ກັບການປະກອບສ່ວນ ທີ່ນັບມື້ນັບແທດກັບຕົວຈິງ ຂອງ ຫວຽດນາມ ຕໍ່ບັນດາອົງການຈັດຕັ້ງ ສປຊ ແລະ ກົດໝາຍສາກົນ.
ທ່ານນາງ ປອ ຫງວຽນທິລານແອັງ, ຜູ້ສະໝັກຮັບເລືອກຕັ້ງ ຂອງ ຫວຽດນາມ ເຂົ້າໃນ ITLOS, ກ່າວຄຳເຫັນ. ພາບ: ແທັງຕ໋ວນ - ນັກຂ່າວ VNA ປະຈຳ ສ ອາເມລິກາ
ສຳລັບ ທ່ານນາງ ຮສຈ. ປອ ຫງວຽນທິລານແອັງ, ການຍາດໄດ້ ໄຊຊະນະ ໃນການເລືອກຕັ້ງ ທີ່ມີການແຂ່ງຂັນສູງຫຼາຍນັ້ນ ໄດ້ ສະທ້ອນໃຫ້ເຫັນເຖິງ ການຮັບຮູ້ ຂອງປະຊາຄົມສາກົນ ຕໍ່ກັບຄຸນສົມບັດ, ຄວາມສາມາດດ້ານວິຊາສະເພາະ ແລະ ອິດທິພົນຊື່ສຽງ ຂອງຊ່ຽວຊານດ້ານກົດໝາຍສາກົນ ຫວຽດນາມ ຜູ້ໜຶ່ງ. ທ່ານນາງ ຮສຈ. ປອ ຫງວຽນທິລານແອັງ ຈະປະຕິບັດໜ້າທີ່ ຜູ້ພິພາກສາ ITLOS ຢ່າງຖືກຕ້ອງ ຕາມບັນດາຫຼັກການ ເປັນເອກະລາດ, ພາວະວິໄສ ທີ່ໄດ້ກຳນົດໄວ້ ໃນກົດລະບຽບ ຂອງສານ, ຜ່ານນັ້ນ ຊຸກຍູ້ການຈັດຕັ້ງປະຕິບັດ ສົນທິສັນຍາ ຢ່າງມີປະສິດທິຜົນ, ປະກອບສ່ວນປັບປຸງ ຄວາມເປັນລະບຽບຮຽບຮ້ອຍ ທາງດ້ານກົດໝາຍຢູ່ທະເລ. ໃນຖານະ ເປັນປະເທດ ທີ່ຍາມໃດກໍ່ເຊີດຊູ ຄວາມສັກສິດຂອງກົດໝາຍສາກົນ ຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນ ກົດບັດ ສປຊ ແລະ UNCLOS 1982, ຫວຽດນາມ ຈະສືບຕໍ່ ຮ່ວມກັບບັນດາ ປະເທດພາຄີ ຊຸກຍູ້ການຈັດຕັ້ງປະຕິບັດ ສົນທິສັນຍາ ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ແກ້ໄຂບັນດາຂໍ້ຂັດແຍ່ງໂດຍສັນຕິວິທີ, ເພີ່ມທະວີການຮ່ວມມືທາງທະເລ ແລະ ປະກອບສ່ວນ ເຂົ້າໃນການ ຮັກສາ ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ການພັດທະນາແບບຍືນຍົງ ຢູ່ທະເລ ແລະ ມະຫາສະໝຸດ.
ໂດຍ: VNP/VNA