ດ້ວຍປະຫວັດສາດເກືອບໜຶ່ງສະຫັດສະວັດ,ວັນໝຽວ - ກວັກຕືຢາມ ແມ່ນສັນຍາລັກທີ່ພົ້ນເດັ່ນຂອງພື້ນຖານອະລິຍະທຳ ຫວຽດນາມ, ບ່ອນລວມຍອດມູນເຊື້ອມັກຮຽນ, ເຄົາລົບນັບຖືຄູບາອາຈານ, ນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ, ມີຄວາມເຊື່ອໝັ້ນຢ່າງເລິກເຊິ່ງວ່າ, ການສຶກສາ, ພູມປັນຍາ ແລະ ມະນຸດ ແມ່ນພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງຂອງປະເທດຊາດ.
ທ່ານ ໂງເລວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ, ປະທານຄະນະກຳມະການ UNESCO ແຫ່ງຊາດ ຫວຽດນາມ (ພາບ: TTXVN)
ວັນທີ 17 ມິຖຸນາ, ຢູ່ສຳນັກງານອົງການ UNESCO ປະຈຳນະຄອນຫຼວງ ປາຣີ, ປະເທດ ຝລັ່ງ, ໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີ ແຫ່ງການພົວພັນ ຫວຽດນາມ - UNESCO (1976 – 2026), ຄະນະກຳມະການ UNESCO ແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ UNESCO ຈັດລາຍການວັດທະນະທຳ “ວັດທະນະທຳການຮຽນ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ກວັກຕືຢາມ - ມະຫາວິທະຍາໄລແຫ່ງທຳອິດຢູ່ ຫວຽດນາມ ຄົບຮອບ 950 ປີ ( 1076 – 2026).
ເມື່ອກ່າວຄຳເຫັນໄຂພິທີ, ທ່ານ ໂງເລວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ, ປະທານຄະນະກຳມະການ UNESCO ແຫ່ງຊາດ ຫວຽດນາມ ໄດ້ເນັ້ນໜັ້ກວ່າ, ດ້ວຍປະຫວັດສາດເກືອບໜຶ່ງສະຫັດສະວັດ,ວັນໝຽວ - ກວັກຕືຢາມ ແມ່ນສັນຍາລັກທີ່ພົ້ນເດັ່ນຂອງພື້ນຖານອະລິຍະທຳ ຫວຽດນາມ, ບ່ອນລວມຍອດມູນເຊື້ອມັກຮຽນ, ເຄົາລົບນັບຖືຄູບາອາຈານ, ນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ, ມີຄວາມເຊື່ອໝັ້ນຢ່າງເລິກເຊິ່ງວ່າ, ການສຶກສາ, ພູມປັນຍາ ແລະ ມະນຸດ ແມ່ນພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງຂອງປະເທດຊາດ. ທ່ານຮອງລັດຖະມົນຕີ ໂງເລວັນ ເນັ້ນໜັ້ກວ່າ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍວັດທະນະທຳຄືດັ່ງກຳລັງແຮງພາຍໃນ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງບັນດາມໍລະດົກ, ພ້ອມທັງເປັນເຈົ້າການປະກອບສ່ວນເຂົ້າໃນການແລກປ່ຽນວັດທະນະທຳ, ການຮ່ວມມືຫຼາຍຝ່າຍ ແລະ ບັນດາເປົ້າໝາຍລວມຂອງ UNESCO ເພື່ອສັນຕິພາບ, ການພັດທະນາແບບຍືນຍົງ ແລະ ຄວາມກ້າວໜ້າຂອງມວນມະນຸດ.
(ແຫຼ່ງຄັດຈາກ VOV)