ຂ່າວສານ

ຫວຽດນາມ ຊຸກຍູ້ການແລກປ່ຽນ, ຮ່ວມມື ເພື່ອຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ ແລະ ຄວາມເສລີໃນການເດີນທະເລ

ການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ ແລະ ຄວາມເສລີໃນການເດີນທະເລ ບໍ່ພຽງແຕ່ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍທາງທະເລເທົ່ານັ້ນ, ຫາກຍັງແມ່ນພື້ນຖານຂອງການຄ້າ, ຄວາມໝັ້ນຄົງດ້ານພະລັງງານ
ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫງວຽນມິນວູ, ກ່າວຄຳເຫັນທີ່ການໂອ້ລົມສົນທະນາ (ພາບ: TTXVN)

ວັນ​ທີ 16 ມິ​ຖຸ​ນາ, ຢູ່​ສ​ຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ ທີ່​ນິວ​ຢອກ, ປະ​ເທດ ອາ​ເມ​ລິ​ກາ, ທ່ານ ຫງວຽນ​ມິນ​ວູ, ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ​່າງ​ປະ​ເທດ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາສາ​ກົນ “ຄວາມ​ປອດ​ໄພ, ຄວາມ​ໝັ້ນ​ຄົງ ແລະ ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ: ກົດ​ໝາຍ, ສິ່ງ​ທ້າ​ທາຍ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ” ຢູ່ນອກກອ​ງ​ປະ​ຊຸມ​ຄັ້ງ​ທີ 36 ບັນ​ດາ​ປະ​ເທດ​ສະ​ມາ​ຊິກສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ ​ກ່ຽວ​ກັບ​ກົ​ດ​ໝາຍ​ວ່າ​ດ້ວຍ​ທະ​ເລ (SPLOS 36) ໂດຍ 12 ປະ​ເທດ​ຫຼັກຂອງ ກຸ່ມ​ເພື່ອນ​ມິດ​ສົນ​ທິ​ສັນ​ຍາ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (GoF UNCLOS) ຈັດ​ຂຶ້ນ, ດ້ວຍ​ການ​​ສົມ​ທົບ, ຮ່ວມ​ອຸ​ປະ​ຖຳ​ຂອງ 5 ປະ​ເທດ​ສະ​ມາ​ຊິກ​ອື່ນ. ການ​ໂອ້​ລົມ​ສົນ​ທະ​ນາ​ໄດ້​ດຶງ​ດູດ​ຜູ້​ຕາງ​ໜ້າບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ ​, ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ພ້ອມ​ກັບ​ນັກ​ຮຽນ​ຮູ້, ນັກ​ຊ່ຽວ​ຊານທີ່​ມາ​ຈາກ​ທຸກ​ພາກ​ພື້ນ​ໃນ​ໂລກກວ່າ 120 ທ່ານ ​ເຂົ້າ​ຮ່ວມ.

ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈ​ຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດຫງວຽນ​ມິນ​ວູ, ​ຫົ​ວ​ໜ້າ​ຄະ​ນະ​ ຫວຽດ​ນາມ ປະຈຳ SPLOS 36, ເນັ້ນ​ໜັກ​ວ່າ ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄວາມ​ໝັ້ນ​ຄົງ ແລະ ຄວາມ​ເສ​ລີ​ໃນ​ການ​ເດີນ​​ທະ​ເລ ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ທະ​ເລ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ພື້ນ​ຖານ​ຂອງ​ການ​ຄ້າ, ​ຄວາມ​ໝັ້ນ​ຄົງ​ດ​້ານ​ພະ​ລັງ​ງານ, ​​ຄວາມໝັ້ນ​ຄົງດ້ານ​ສະ​ບຽງ​ອາ​ຫານ ແລະ ຄ​ວາມ​ໝັ້ນ​ທ່ຽງ​ດ້ານ​ເສດ​ຖະ​ກິດ​​ໃນທົ່ວ​ໂລກ​ອີກ​ດ້ວຍ. ທ່ານ​ຢືນ​ຢັນ​ວ່າ UNCLOS ໄດ້​ສ້າງ​ຂອບ​ນິ​ຕິ​ກຳ​ຢ່າງ​ຮອບ​ດ້ານ ເພື່​ອ​ດັດ​ປັບ​ການ​ເຄື່ອນ​ໄຫວ​ທາງ​ທະ​ເລ, ຮັບ​ປະ​ກັນ​ຄວາມ​ດຸ່ນ​ດ່ຽງ​ດ້ານ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ.

ກຸ່ມ​ເພື່ອ​ນ​ມິດ​ແມ່ນ​ຮູບ​ການ​ແລກ​ປ່ຽນ, ສົມ​ທົບ​ກັນແບບ​ບໍ່​ເປັນ​ທາງ​ການ, ມີ​ໄຫວ​ພ​ິບ, ເພື່ອ​ເພີ່ມທະວີ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ຈຳ​ນວນ​ໜຶ່ງ​ທີ່ມີ​ຄວາມ​ສົນ​ໃຈ​​ເຖິງ​ບັນ​ຫາ​ລະ​ອ​ຽດຢູ່ສະ​ຫະ​ປະ​ຊາ​ຊາດ ແລະ ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ ເຊັ່ນ​ດຽວ​ກັນ. ກຸ່ມ​ເພື່ອນ​ມິດ​ UNCLOS ໂດຍ ຫວຽດ​ນາມ ແລະ ເຢຍ​ລະ​ມັນ ລ​ິ​ເລີ່ມ, ເປັນ​ປະ​ທານ​ຮ່ວມ​ສ້າງ​ຂຶ້ນ​ໃນ​ປີ 2021, ປະ​ຈຸ​ບັນ​ມີ 115 ສະ​ມາ​ຊິກ.


top