ຂ່າວສານ

ຫວຽດນາມ ແລກປ່ຽນບົດຮຽນກ່ຽວກັບການສຶກສາ, ເຜີຍແຜ່ພາສາ ອັງກິດ, STEM ແລະ AI ກັບ Timor-Leste

ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນກັບ Timor-Leste ບໍ່ພຽງແຕ່ບັນດາຜົນງານເທົ່ານັ້ນ, ຫາກນັບທັງບັນດາຄວາມຫຍຸ້ງຍາກ ແລະ ບົດຮຽນຕົວຈິງໃນວິວັດການປ່ຽນແປງໃໝ່ການສຶກສາອີກດ້ວຍ…
(ທ່ານ ຟ້າມບິ່ງດ່າມ, ອຸປະທູດ ຫວຽດນາມ ປະຈຳ Timor-Leste ແລະ​ ສະ​ມາ​ຊິກກັບກຸ່ມຂຶ້ນ​ກັບຂໍ້​ລິ​ເລີມ Future Leaders for ASEAN ຂອງ Timor-Leste )

ວັນ​ທີ 16 ມິ​ຖຸ​ນາ, ​ທ່ານ ຟ້າມ​ບິ່ງ​ດ່າມ, ອຸ​ປະ​ທູດ ຫວຽດ​ນາມ ປະ​ຈຳ Timor-Leste ໄດ້​ເຮັດ​ວຽກ​ກັບ​ກຸ່ມ​ນັກຄົ້ນ​ຄວ້າ​ຂອງ Timor-Leste ກ່ຽວ​ກັບ​ບົດ​ຮຽນ​ຂອງ ຫວຽດ​ນາມ ໃນ​ການ​ສອນ​ພາ​ສາ​ຕ່າງ​ປະ​ເທດ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ປັນ​ຍາ​ປະ​ດິດ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ການ​ສຶກ​ສາ. ຜ່ານ​ການ​ແລກ​ປ່ຽນ​ອາດ​ເຫັນ​ໄດ້​ຄວາມ​ຕ້ອງ​ການ​​ຮ່ວມ​ມື​ດ້ານ​ການ​ສຶກ​ສາ, ການຫັນ​ເປັນ​ດີ​ຈີ​ຕອນ ແລະ ການ​ພັດ​ທະ​ນາ​​ຊັບ​ພະ​ຍາ​ກອນມະ​ນຸດ​ລະ​ຫວ່າງ ຫວຽດ​ນາມ ແລະ Timor-Leste ທີ່​ນັບ​ມື້​ນັບ​ລະ​ອຽດ, ແທດ​ຈິງ ແລະ ຄວາມ​ສາ​ມາດດ​ບົ່ມ​ຊ້ອນ​ຫຼາຍ​​ເພື່ອ​ຊຸກ​ຍູ້​ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ.

ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ຂອງ Timor-Leste, ທ່ານອຸ​ປະ​ທູດ ຟ້າມ​ບິ່ງ​ດ່າມ ແບ່ງ​ປັນ​ວ່າ Timor-Leste ອາດ​ໃຫ້​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ​ຮັບ​ໃຊ້​ການ​ສຶກ​ສາ, ສົ່ງ​ເສີມ​ບັນ​ດາ​ບໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຊີ​ລົງ​ທຶນ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫຼີກ; ທ່ານ​ຢືນ​ຢັນ​ວ່າ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ກັບ Timor-Leste ບໍ່​ພຽງ​ແຕ່​ບັນ​ດາ​ຜົນ​ງາ​ນ​ເທົ່າ​ນັ້ນ, ຫາກ​ນັບ​ທັງ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ ແລະ ບົດ​ຮຽນ​ຕົ​ວ​ຈິງ​ໃນ​ວິ​ວັດ​ການ​ປ່ຽນ​ແປງ​ໃໝ່​ການ​ສຶກ​ສາ​ອີກ​ດ້ວຍ…


top