• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສືບຕໍ່ດຶງດູດທຶນ FDI ໄດ້ກ່ວາ 25 ຕື້ USD

      ຕາມກົມລົງທຶນຕ່າງປະເທດ ແລ້ວ, ໄລ່ລວມໃນ 9 ເດືອນຂອງປີ 2017, ຍອດທຶນຈົດທະບຽນໃໝ່, ເພີ່ມຂຶ້ນ ແລະ ປະກອບທຶນຊື້ຫຸ້ນຂອງນັກລົງທຶນຕ່າງປະເທດແມ່ນເກືອບ 25,5 ຕື້ USD, ເພີ່ມຂຶ້ນກ່ວາ 34% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016.

ພາບປະກອບ
      ລະອຽດຄື, ໄລ່ຮອດວັນທີ 20 ກັນຍາ 2017, ທົ່ວປະເທດມີ 1.844 ໂຄງການໃໝ່ໄດ້ສະໜອງໜັງສືອະນຸຍາດລົງທຶນດ້ວຍຍອດທຶນຈົດທະບຽນກ່ວາ 14,5 ຕື້ື້ USD, ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016.
      ກໍ່ກ່ຽວຂ້ອງເຖິງບັນດາຂໍ້ມູນສະຖິຕິຫຼ້າສຸດໃນ 9 ເດືອນຂອງປີ 2017, ຂົງເຂດລົງທຶນຕ່າງປະເທດໄດ້ສົ່ງອອກເກີນດຸນກ່ວາ 17,6 ຕື້ USD ນັບທັງນ້ຳມັນດິບ. ນັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18 ຂະແໜງ, ໃນນັ້ນ, ຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດສ້າງແມ່ນຂົງເຂດດຶງດູດຄວາມເອົາໃຈໃສ່ຂອງບັນດານັກລົງທຶນຕ່າງປະເທດ ດ້ວຍຍອດທຶນແມ່ນກ່ວາ 12,6 ຕື້ USD. ຂົງເຂດການຜະລິດ, ແຈກຢາຍໄຟຟ້າຢືນອັນດັບທີສອງ ແລະ ທີສາມ ແມ່ນຂົງເຂດຂາຍຍົກ, ຂາຍຍ່ອຍ. ມີ 108 ປະເທດ ແລະ ເຂດແຄ້ວນມີໂຄງການລົງທຶນຢູ່ ຫວຽດນາມ, ໃນນັ້ນ, ສ ເກົາຫຼີ ຢືນອັນດັບທີໜຶ່ງ, ຍີ່ປຸ່ນ ຢືນອັນດັບທີສອງ ແລະ ສິງກະໂປ ຢືນອັນດັບທີສາມ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ: ການຫັນເປັນດີຈີຕອນແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ແລະ ຕາແສງໃນຮູບແບບໃໝ່

ທ່ານເລຂາທິການໃຫຍ່ ໂຕເລິມ: ການຫັນເປັນດີຈີຕອນແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ແລະ ຕາແສງໃນຮູບແບບໃໝ່

"ການຫັນເປັນດີຈີຕອນແມ່ນລະບົບເສັ້ນປະສາດສູນກາງ, ແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ກັບ ຕາແສງ ໃນຮູບແບບການເຄື່ອນໄຫວໃໝ່..."

Top