ການແຂ່ງຂັນຄັ້ງນີ້ໄດ້ເຕົ້າໂຮມນັກກິລາເກືອບ 150 ຄົນທີ່ມາຈາກ 5 ປະເທດ, ເຊິ່ງລວມມີ: ຫວຽດນາມ, ລາວ, ມາເລເຊຍ, ມຽນມາ ແລະ ສິງກະໂປ ໂດຍແຂ່ງຂັນໃນ 30 ເນື້ອໃນ. ເມື່ອການແຂ່ງຂັນອັດລົງ, ຫວຽດນາມ ຄ້ວາໄດ້ຫຼຽນຄຳ 20 ຫຼຽນ, ຫຼຽນເງິນ 9 ຫຼຽນ ແລະ ຫຼຽນທອງ 1 ຫຼຽນ, ຢືນອັນດັບໜຶ່ງໃນຕາຕະລາງອັນດັບທົ່ວຄະນະ.
ເມື່ອຕີລາຄາກ່ຽວກັບລາງວັນການແຂ່ງຂັນຄັ້ງນີ້, ທ່ານ ຫງວຽນວັນຮຸ່ງ, ຫົວໜ້າຄູຝືກຂອງທິມ Pencak Silat ຫວຽດນາມ ໃຫ້ຮູ້ວ່າ: ຜ່ານການແຂ່ງຂັນຕົວຈິງ, ຄະນະຄູຝຶກ ມີພື້ນຖານເພື່ອເລືອກເຟັ້ນ, ກະກຽມກຳລັງໃຫ້ບັນດາໜ້າທີ່ໃນຕໍ່ໜ້າ, ໃນນັ້ນມີ SEA Games 34 ຈະຈັດຂຶ້ນຢູ່ ມາເລເຊຍ.






