ຂ່າວສານ

ຫວຽດນາມ ຢຶນອັນດັບໜຶ່ງທົ່ວຄະນະທີ່ງານຊິງແຊ້ມ Pencak Silat ອາຊີ ຕາເວັນອອກສ່ຽງໃຕ້ 2026

ພາຍ​ຫຼັງ​ແຂ່ງ​ຂັນ​ຢ່າງ​ຟົດ​ຟື້ນ​ມາ​ເປັນ​ເວລາ 6 ວັນ (ແຕ່​ວັນ​ທີ 24 – 29 ກັນ​ຍາ​), ຕອນຄ່ຳ​ວັນ​ທີ 29 ກັນ​ຍາ​, ຢູ່​ນະ​ຄອນ ໂຮ່​ຈີ​ມິນ​, ການແຂ່ງຂັນຊິງ​ແຊ້ມ Pencak Silat ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 5 ປີ 2026 ໄດ້​ປິດ​ລົງ​, ຄະ​ນະ ຫວຽດ​ນາມ ຢືນ​ອັນ​ດັບ​ໜຶ່ງ​ທົ່ວ​ຄະ​ນະ​.
ນັກກິລາເຂົ້າຮ່ວມການແຂ່ງຂັນຊິງ​ແຊ້ມ Pencak Silat ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 5 ປີ 2026 (ພາບ: VNA)

​ການແຂ່ງຂັນຄັ້ງ​ນີ້​ໄດ້​ເຕົ້າ​ໂຮມ​ນັກ​ກິ​ລາ​ເກືອບ 150 ຄົນ​ທີ່​ມາ​ຈາກ 5 ປະ​ເທດ​, ເຊິ່ງ​ລວມ​ມີ​: ຫວຽດ​ນາມ​, ລາວ​, ມາ​ເລ​ເຊຍ​, ມຽນ​ມາ ແລະ ສິງ​ກະ​ໂປ ໂດຍ​ແຂ່ງ​ຂັນ​ໃນ 30 ເນື້ອ​ໃນ​. ເມື່ອການແຂ່ງຂັນ​ອັດ​ລົງ​, ຫວຽດ​ນາມ ຄ້ວາ​ໄດ້​ຫຼຽນ​ຄຳ 20 ຫຼຽນ​, ຫຼຽນ​ເງິນ 9 ຫຼຽນ ແລະ ຫຼຽນ​ທອງ 1 ຫຼຽນ​, ຢືນ​ອັນ​ດັບ​ໜຶ່ງໃນຕາຕະລາງອັນດັບ​ທົ່ວ​ຄະ​ນະ​.

ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ລາງ​ວັນການ​ແຂ່ງ​ຂັນ​ຄັ້ງ​ນີ້​, ທ່ານ ຫງວຽນ​ວັນ​ຮຸ່ງ​, ຫົວ​ໜ້າ​ຄູ​ຝືກ​ຂອງ​ທິມ Pencak Silat ຫວຽດ​ນາມ ໃຫ້​ຮູ້​ວ່າ​: ຜ່ານ​ການ​ແຂ່ງ​ຂັນ​ຕົວ​ຈິງ​, ຄະ​ນະ​ຄູ​ຝຶກ ມີ​ພື້ນ​ຖານເພື່ອ​ເລືອກ​ເຟັ້ນ​, ກະ​ກຽມ​ກຳ​ລັງ​ໃຫ້​ບັນ​ດາ​ໜ້າ​ທີ່​ໃນ​ຕໍ່​ໜ້າ​, ໃນ​ນັ້ນ​ມີ SEA Games 34 ຈະ​ຈັດ​ຂຶ້ນ​ຢູ່ ມາ​ເລ​ເຊຍ​.


top