• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ-ຟີລິບປິນພິຈາລະນາຕໍ່ກຳນົດເວລາຂໍ້ຕົກລົງການຄ້າເຂົ້າສານໄລຍະ2017-2020

ການພົບປະລະຫວ່າງ 2 ຝ່າຍ
      ຢູ່​ນອກ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 48 (AEM 48) ​ແລະ ບັນດາ​ກອງປະຊຸມ​ປີນ​ອ້ອມ​ດຳ​ເນີນ​ໄປ​ຢູ່​ວຽງ​ຈັນ, ປະ​ເທດ​ລາວ, ຕອນ​ບ່າຍ​ວັນ​ທີ 4/8, ທ່ານ ​ເຈີ່ນ​ຕວນ​ແອ​ງ, ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ການ​ຄ້າ ມີ​ການ​ພົບ​ປະ 2 ຝ່າຍ​ກັບ​ທ່ານ Ramon Lopez, ລັດຖະມົນຕີ​ກະຊວງ​ອຸດ​ສາ​ຫະກຳ ກາ​ນຄ້າ ຟີ​ລິບ​ປິນ. ທີ່​ການ​ພົບ​ປະ, ທ່ານ ​ເຈີ່ນ​ຕ໋ວນ​ແອ​ງ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ສຳຄັນ​ຂອງ​ຕະຫຼາດ ຟີ​ລິບ​ປິນ ສຳລັບ​ການ​ສົ່ງ​ອອກ​ເຂົ້າສານ​ຂອງ ຫວຽດນາມ. ທ່ານ​ລັດຖະມົນຕີ ຫວຽດນາມ ສະ​ເໜີ​ໃຫ້ ຟີ​ລິບ​ປິນ ສົມທົບ​ກັບ ຫວຽດນາມ ປຶກສາ​ຫາລື​ການ​ເຊັນ​ອະນຸສັນຍາ​ຕໍ່ກຳນົດ​ເວລາ​ຂໍ້​ຕົກລົງ​ການ​ຄ້າ​ເຂົ້າສານ​ປີ 2010 (ຊຶ່ງໝົດ​ກຳນົດ​ເວລາ​ໃນ​ວັນ​ທີ 31/12/2016) ​ໃຫ້​ແກ່​ໄລຍະ 2017 – 2020. ນອກຈາກ​ນັ້ນ, ທ່ານ​ລັດຖະມົນຕີ ​ເຈີ່ນ​ຕ໋ວນ​ແອ​ງ ສະ​ເໜີ​ໃຫ້​ຝ່າຍ ຟີ​ລິບ​ປິນ ພິຈາລະນາ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 2 ອະນຸ​ກຳມະການ​ປະສົມ​ການ​ຄ້າ ຫວຽດນາມ - ຟີ​ລິບ​ປິນ ​ໃນ​​ເວລາ​ເໝາະ​ສົມ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ເກີ​ດຂຶ້ນ​ໃນ​ການ​ພົວພັນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ, ​ກໍ່​ຄື​ການ​ແລກປ່ຽນ​ບັນດາ​ມາດ​ຕະການ​ລະອຽດ​ນຳ​ວົງ​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ບັນລຸ​ໝາກຜົນ​ສູງ​ກ່ວາ​ອີກ​​ໃນ​ຊຸມ​ປີ​ຕໍ່​ໄປ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top