ຂ່າວສານ ຫວຽດນາມ-ຟີລິບປິນພິຈາລະນາຕໍ່ກຳນົດເວລາຂໍ້ຕົກລົງການຄ້າເຂົ້າສານໄລຍະ2017-2020 06/08/2016 ການພົບປະລະຫວ່າງ 2 ຝ່າຍ ຢູ່ນອກກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 48 (AEM 48) ແລະ ບັນດາກອງປະຊຸມປີນອ້ອມດຳເນີນໄປຢູ່ວຽງຈັນ, ປະເທດລາວ, ຕອນບ່າຍວັນທີ 4/8, ທ່ານ ເຈີ່ນຕວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ມີການພົບປະ 2 ຝ່າຍກັບທ່ານ Ramon Lopez, ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຟີລິບປິນ. ທີ່ການພົບປະ, ທ່ານ ເຈີ່ນຕ໋ວນແອງ ໄດ້ຕີລາຄາສູງຄວາມສຳຄັນຂອງຕະຫຼາດ ຟີລິບປິນ ສຳລັບການສົ່ງອອກເຂົ້າສານຂອງ ຫວຽດນາມ. ທ່ານລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ຟີລິບປິນ ສົມທົບກັບ ຫວຽດນາມ ປຶກສາຫາລືການເຊັນອະນຸສັນຍາຕໍ່ກຳນົດເວລາຂໍ້ຕົກລົງການຄ້າເຂົ້າສານປີ 2010 (ຊຶ່ງໝົດກຳນົດເວລາໃນວັນທີ 31/12/2016) ໃຫ້ແກ່ໄລຍະ 2017 – 2020. ນອກຈາກນັ້ນ, ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ ສະເໜີໃຫ້ຝ່າຍ ຟີລິບປິນ ພິຈາລະນາຈັດຕັ້ງກອງປະຊຸມຄັ້ງທີ 2 ອະນຸກຳມະການປະສົມການຄ້າ ຫວຽດນາມ - ຟີລິບປິນ ໃນເວລາເໝາະສົມ, ເພື່ອແນໃສ່ຊຸກຍູ້ການຮ່ວມມື ແລະ ແກ້ໄຂບັນດາບັນຫາເກີດຂຶ້ນໃນການພົວພັນການຄ້າລະຫວ່າງ 2 ປະເທດ, ກໍ່ຄືການແລກປ່ຽນບັນດາມາດຕະການລະອຽດນຳວົງເງິນການຄ້າລະຫວ່າງ 2 ປະເທດບັນລຸໝາກຜົນສູງກ່ວາອີກໃນຊຸມປີຕໍ່ໄປ. (ແຫຼ່ງຄັດຈາກ VOV)

ການພົບປະລະຫວ່າງ 2 ຝ່າຍ ຢູ່ນອກກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 48 (AEM 48) ແລະ ບັນດາກອງປະຊຸມປີນອ້ອມດຳເນີນໄປຢູ່ວຽງຈັນ, ປະເທດລາວ, ຕອນບ່າຍວັນທີ 4/8, ທ່ານ ເຈີ່ນຕວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ມີການພົບປະ 2 ຝ່າຍກັບທ່ານ Ramon Lopez, ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຟີລິບປິນ. ທີ່ການພົບປະ, ທ່ານ ເຈີ່ນຕ໋ວນແອງ ໄດ້ຕີລາຄາສູງຄວາມສຳຄັນຂອງຕະຫຼາດ ຟີລິບປິນ ສຳລັບການສົ່ງອອກເຂົ້າສານຂອງ ຫວຽດນາມ. ທ່ານລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ຟີລິບປິນ ສົມທົບກັບ ຫວຽດນາມ ປຶກສາຫາລືການເຊັນອະນຸສັນຍາຕໍ່ກຳນົດເວລາຂໍ້ຕົກລົງການຄ້າເຂົ້າສານປີ 2010 (ຊຶ່ງໝົດກຳນົດເວລາໃນວັນທີ 31/12/2016) ໃຫ້ແກ່ໄລຍະ 2017 – 2020. ນອກຈາກນັ້ນ, ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ ສະເໜີໃຫ້ຝ່າຍ ຟີລິບປິນ ພິຈາລະນາຈັດຕັ້ງກອງປະຊຸມຄັ້ງທີ 2 ອະນຸກຳມະການປະສົມການຄ້າ ຫວຽດນາມ - ຟີລິບປິນ ໃນເວລາເໝາະສົມ, ເພື່ອແນໃສ່ຊຸກຍູ້ການຮ່ວມມື ແລະ ແກ້ໄຂບັນດາບັນຫາເກີດຂຶ້ນໃນການພົວພັນການຄ້າລະຫວ່າງ 2 ປະເທດ, ກໍ່ຄືການແລກປ່ຽນບັນດາມາດຕະການລະອຽດນຳວົງເງິນການຄ້າລະຫວ່າງ 2 ປະເທດບັນລຸໝາກຜົນສູງກ່ວາອີກໃນຊຸມປີຕໍ່ໄປ. (ແຫຼ່ງຄັດຈາກ VOV)