• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕີລາຄາສູງນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງ ລັດເຊຍ

      ໃນຂອບເຂດເວທີປາໄສເສດຖະກິດເຂດທາງທິດຕາເວັນອອກຄັ້ງທີ 5, ວັນທີ 04 ກັນຍາ, ຢູ່ Vladivostok, ສະຫະພັນ ລັດເຊຍ ໄດ້ດຳເນີນວາລະປຶກສາຫາລື ແບບຢ່າງ ອາຊີ: ບາດກ້າວຫັນປ່ຽນຂອງ ລັດເຊຍ ໄປສູ່ທິດຕາເວັນອອກໃນສາຍຕາຂອງບັນດາຄູ່ຮ່ວມມື ອາຊີ”. 

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ
      ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ ໄດ້ເຂົ້າຮ່ວມວາລະປຶກສາຫາລື ແລະ ມີບົດກ່າວຄຳເຫັນ ຍົກອອກທັດສະນະຂອງ ຫວຽດນາມ ກ່ຽວກັບນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງ ລັດເຊຍ. ທ່ານ ໂຕແອັງຢຸງ ຢືນຢັນວ່າ ຫວຽດນາມ ຕີລາຄາສູງນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງ ລັດເຊຍ ແລະ ນີ້ແມ່ນການກຳນົດທິດອັນຖືກຕ້ອງ, ຮັບໃຊ້ໃຫ້ແກ່ພາລະກິດພັດທະນາເສດຖະກິດ - ສັງຄົມຂອງ ລັດເຊຍ, ພ້ອມທັງ ເໝາະສົມກັບຜົນປະໂຫຍດຂອງບັນດາປະເທດໃນພາກພື້ນ, ໃນນັ້ນມີ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.

Top