ໃນຂອບເຂດເວທີປາໄສເສດຖະກິດເຂດທາງທິດຕາເວັນອອກຄັ້ງທີ 5, ວັນທີ 04 ກັນຍາ, ຢູ່ Vladivostok, ສະຫະພັນ ລັດເຊຍ ໄດ້ດຳເນີນວາລະປຶກສາຫາລື “ແບບຢ່າງ ອາຊີ: ບາດກ້າວຫັນປ່ຽນຂອງ ລັດເຊຍ ໄປສູ່ທິດຕາເວັນອອກໃນສາຍຕາຂອງບັນດາຄູ່ຮ່ວມມື ອາຊີ”.
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ ໄດ້ເຂົ້າຮ່ວມວາລະປຶກສາຫາລື ແລະ ມີບົດກ່າວຄຳເຫັນ ຍົກອອກທັດສະນະຂອງ ຫວຽດນາມ ກ່ຽວກັບນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງ ລັດເຊຍ. ທ່ານ ໂຕແອັງຢຸງ ຢືນຢັນວ່າ ຫວຽດນາມ ຕີລາຄາສູງນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງ ລັດເຊຍ ແລະ ນີ້ແມ່ນການກຳນົດທິດອັນຖືກຕ້ອງ, ຮັບໃຊ້ໃຫ້ແກ່ພາລະກິດພັດທະນາເສດຖະກິດ - ສັງຄົມຂອງ ລັດເຊຍ, ພ້ອມທັງ ເໝາະສົມກັບຜົນປະໂຫຍດຂອງບັນດາປະເທດໃນພາກພື້ນ, ໃນນັ້ນມີ ຫວຽດນາມ.
(ແຫຼ່ງຄັດຈາກ VOV)