ວັນທີ 12 ກັນຍາ, ຕາມເວລາ ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮຽກຈັດປະຊຸມ ເພື່ອແນໃສ່ປຶກສາຫາລືກ່ຽວກັບເລື່ອງ ໂປໂລຍ ກ່າວຫາ ລັດເຊຍ ລ່ວງລ້ຳເຂົ້າເຂດນ່ານຟ້າປະເທດນີ້ ໂດຍໄດ້ບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ (UAV).
ພາບປະກອບ: Polsat News/REUTERS
ການພົບປະໄດ້ດຳເນີນຕາມຄວາມຮຽກຮ້ອງຕ້ອງການຂອງບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ລວມມີ: ສະໂລວາກີ, ແດນມາກ, ເອຢິບ, ຝລັ່ງ ແລະ ອັງກິດ. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ໂປໂລຍ Karol Nawrocki ໄດ້ເອີ້ນການກະທຳຂອງລັດເຊຍ ແມ່ນຄວາມມານະພະຍາຍາມເພື່ອລອງປະຕິກິລະຍາຕອບກັບຂອງ ໂປໂລຍ ແລະ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO). ຝ່າຍໂປໂລຍ ໄດ້ເພີ່ມທະວີຄວາມໝັ້ນຄົງ, ຢຸດຕິການສັນຈອນທາງອາກາດຢູ່ລຽບຕາມເຂດຊາຍແດນ ທາງທິດຕາເວັນອອກຕິດ ກັບ ເບລາຣຸດ ແລະ ຢູແກຼນ ຕໍ່ບັນດາຖ້ຽວບິນພົນລະເຮືອນທີ່ບິນຢູ່ຄວາມສູງ 3 ກີໂລແມັດ, ນັບທັງເຮືອບິນບໍ່ມີຄົນຂັບ ຈົນຮອດວັນທີ 9 ທັນວາ.
ໃນຂະນະນັ້ນ, ຝ່າຍລັດເຊຍ ໃຫ້ຮູ້ວ່າ ປະເທດນີ້ບໍ່ມີເຈດຈຳນົງເລັ່ງໃສ່ບໍ່ວ່າເປົ້າໝາຍໃດຢູ່ ໂປໂລຍ ແລະ ຈະບໍ່ຍົກອອກຄຳຄິດເຫັນຫຍັງກ່ຽວກັບເຫດການນີ້. ກະຊວງການຕ່າງປະເທດ ລັດເຊຍ ໄດ້ປະຕິເສດ ບັນດາຂໍ້ກ່າວຫາຂອງ ໂປໂລຍ ແລະ ຖະແຫຼງວ່າພ້ອມແລ້ວທີ່ຈະພ້ອມກັບກະຊວງປ້ອງກັນປະເທດ ລັດເຊຍ ປຶກສາຫາລືກັບ ໂປໂລຍກ່ຽວກັບບັນຫາທີ່ກ່ຽວຂ້ອງເພື່ອແນໃສ່ເຮັດໃຫ້ເຫດການທັງໝົດຈະແຈ້ງ.
(ແຫຼ່ງຄັດຈາກ VOV)