ແຕ່ວັນທີ 08 – 10 ກັນຍາ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ເລແອັງຕວັນ ຮອງລັດຖະມົນຕີການຕ່າງປະເທດ ນຳໜ້າ, ເຂົ້າຮ່ວມກອງປະຊຸມຄັ້ງທີ 63 ຂອງອົງການປຶກສາຫລືກົດໝາຍ ອາຊີ - ອາຟະລິກາ.
ທ່ານ ເລແອັງຕວັນ ຮອງລັດຖະມົນຕີການຕ່າງປະເທດ ກ່າວຄຳເຫັນທີ່ກອງປະຊຸມ AALCO (ພາບ: ກະຊວງການຕ່າງປະເທດ)
ແຕ່ວັນທີ 08 – 10 ກັນຍາ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ເລແອັງຕວັນ ຮອງລັດຖະມົນຕີການຕ່າງປະເທດ ນຳໜ້າ, ພ້ອມດ້ວຍຜູ້ຕາງໜ້າບັນດາກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ສະຖານທູດ ຫວຽດນາມ ປະຈຳ ຕັງຊານີ ແລະ ອູກັນດາ, ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 63 ຂອງອົງການປຶກສາຫລືກົດໝາຍ ອາຊີ - ອາຟະລິກາ (AALCO) ປະຈຳ Khampala ( ອູກັນດາ).
ເມື່ອກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານຮອງລັດຖະມົນຕີ ເລແອັງຕວັນ ໄດ້ຍົກສູງ ກອງປະຊຸມຄັ້ງທີ 63 ຂອງອົງການປຶກສາຫລືກົດໝາຍ ອາຊີ - ອາຟະລິກາ, ດ້ວຍບົດບາດແມ່ນເວທີປາໄສນິຕິກຳລະຫວ່າງພາກພື້ນທີ່ສຳຄັນ, ສືບຕໍ່ປະກອບສ່ວນຊຸກຍູ້ສຽງເວົ້າລວມຂອງບັນດາປະເທດພວມພັດທະນາ, ຢັ້ງຢືນບົດບາດທີ່ບໍ່ສາມາດປ່ຽນແປງຂອງກົດໝາຍສາກົນ ແລະ ການຮ່ວມມືຫຼາຍຝ່າຍ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງບັນດາປະເທດພວມພັດທະນາໃນລະບົບສາກົນ.
ໂອກາດນີ້, ທ່ານຮອງລັດຖະມົນຕີ ແລະ ຄະນະຜູ້ແທນ ຫວຽດນາມ ກໍເປັນປະທານຈັດການໂອ້ລົມສົນທະນາ “ເສັ້ນທາງໄປເຖິງ ຮ່າໂນ້ຍ: ພິທີເປີດການເຊັນໃນສົນທິສັນຍາຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງອິນເຕີເນັດ”.
(ແຫຼ່ງຄັດຈາກ VOV)