• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ- ຈຸດນັດພົບດູດດື່ມຂອງບັນດານັກລົງທຶນ ຈີນ

ວັນທີ 10 ພຶດສະພາ ຢູ່ ຮ່າໂນ້ຍ ໄດ້ໄຂກອງປະຊຸມສົ່ງເສີມການຄ້າການລົງທຶນຫວຽດນາມ - ຈີນ ປີ 2019. 

ກຸ່ມບໍລິສັດ YingKe ໄດ້ເລືອກເຟັ້ນຫວຽດນາມ ແມ່ນສະຖານທີ່ເພື່ອລົງທຶນ (ພາບ: baodautu.vn)
 

ທີ່ກອງປະຊຸມ ບັນດາວິສາຫະກິດ ໄດ້ຮັບຂໍ້ມູນຂ່າວສານ, ອັບເດັດບັນດາຄຳເຫັນຕີລາຄາ, ການຄາດຄະເນຂອງບັນດານັກຊ່ຽວຊານກ່ຽວກັບບັນດາສິ່ງທ້າທາຍ, ກາລະໂອກາດການລົງທຶນໃນປີ 2019, ແນະນຳການໝູນໃຊ້ບັນດາບຸລິມະສິດການຄ້າ ການລົງທຶນ ຕາມກົດໝາຍຫວຽດນາມ, ການບຸລິມະສິດຕາມບັນດາສັນຍາການຄ້າເສລີ (FTA) ຊື່ງຫວຽດນາມ ແມ່ນສະມາຊິກ. ນອກນັ້ນ ບັນດານັກລົງທຶນ ແລະນັກທຸລະກິດ ກໍ່ໄດ້ເຂົ້າຮ່ວມການເຊື່ອມຕໍ່ທຸລະກິດ, ສະຫນອງຂໍ້ມູນຂ່າວສານກາລະໂອກາດການລົງທຶນ, ການຄ້າ. ເມື່ອຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນການລົງທຶນຢູ່ຫວຽດນາມ, ທ່ານ Huang Rong ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດ YingKe VietNam ຈຳກັດ ໃຫ້ຮູ້ວ່າ:

“ປະຈຸບັນ ມີນັກທຸລະກິດຫລາຍຄົນຂອງກຸ່ມບໍລິສັດ YingKe ໄດ້ເລືອກເຟັ້ນຫວຽດນາມ ແມ່ນສະຖານທີ່ເພື່ອລົງທຶນ. ນີ້ກໍ່ແມ່ນເຫດຜົນ ຊື່ງກຸ່ມບໍລິສັດ YingKe Viet Namໄດ້ເລືອກເຟັ້ນ ຫວຽດນາມ ແມ່ນສະຖານທີ່ເພືື່ອລົງທຶນ. ຍ້ອນຫວຽດນາມ ມີພື້ນຖານໂຄງລ່າງດີທີ່ສຸດ, ສີມືກຳມະກອນສູງ, ຄ່າແຮງງານກໍ່ຕ່ຳ.”

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ຄຳ​ຟອງ ອິນ​ມາ​ນີ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ສອງ​ພັກ, ສອງ​ລັດ ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ​ປະ​ສົບ​ການ, ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ເລັດ ແລະ ບົດ​ຮຽນ​ພຶດ​ຕິ​ກຳ ຕົວ​ຈິງ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ຢ່າງ​ຕໍ່​ເນື່ອງ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top