ຕາມທ່ານ ເລຮ່ວາຍຈູງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລ້ວ, ການໄປປະຕິບັດງານຂອງທ່ານ ໂຕເລີມ ໄດ້ປະສົມຜົນສຳເລັດຢ່າງຈົບງາມ, ສະແດງໃຫ້ເຫັນການສະໜັບສະໜູນໃນລະດັບສູງສຸດ ແລະ ສຳຄັນທີສຸດສຳລັບການເຄື່ອນໄຫວພົວພັນຕ່າງປະເທດ ທີ່ມີຄວາມໝາຍສຳຄັນແຖວໜ້າຂອງ ກຳປູເຈຍ ໃນໄລຍະປະຈຸບັນ.
ທີ່ກອງປະຊຸມ, ທ່ານ ໂຕເລີມ ໄດ້ມີບົດປາໄສສຳຄັນ ທີ່ວາລະປະຊຸມຄົບຄະນະ ກໍ່ຄືເວທີປາໄສກ່ຽວກັບວິທະຍາສາດ ເຕັກໂນໂລຊີ , ຜ່ານນັ້ນສະເໜີບັນດາທິດທາງ ພັດທະນາໃຫຍ່ສຳລັບ ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ ໃນໄລຍະໃໝ່. ການເຂົ້າຮ່ວມໂດຍກົງຂອງການນຳສູງສຸດ ຂອງພັກ ແລະ ລັດ ຫວຽດນາມ ທີ່ກອງປະຊຸມ, ດ້ວຍການປະກອບສ່ວນ, ຂໍ້ລິເລີ່ມຫຼາຍຢ່າງທີ່ໄດ້ຮັບການຕີລາຄາສູງຈາກບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ , ຢັ້ງຢືນກັບປະຊາຄົມ ຝລັ່ງ ໂກໂຟນີ ເວົ້າສະເພາະ ແລະ ປະຊາຄົມສາກົນ ເວົ້າລວມ ສານທີ່ວ່າ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ແມ່ນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ສືບຕໍ່ຖືເປັນສຳຄັນ ແລະ ກຽມພ້ອມປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນ ເຂົ້າການຮ່ວມມືໃນ ປະຊາຄົມ ຝລັ່ງ ໂກໂຟນີ ກໍ່ຄືຊຸກຍູ້ການພົວພັນກັບບັນດາປະເທດສະມາຊິກ ຝລັ່ງ ໂກໂຟນີ.






