ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນກວາງ, ປະທານສານປະຊາຊົນສູງສຸດ ເນັ້ນໜັກວ່າ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງ, ກວ້າງຂວາງ, ການພົບປະແລກປ່ຽນເສດຖະກິດ - ການຄ້າ, ການລົງທຶນພັດທະນາຢ່າງແຮງ ກໍ່ມີການເພີ່ມຂຶ້ນຂອງບັນດາອາດຊະຍາກຳຂ້າມຊາດ. ສະນັ້ນ, ເລື່ອງແບ່ງປັນບົດຮຽນ, ເພີ່ມທະວີການສົມທົບກັນ ແລະ ໜູນຊ່ວຍເຊິ່ງກັນແລະກັນລະຫວ່າງບັນດາສານຍິ່ງມີຄວາມຮີບດ່ວນຂຶ້ນ.
“ອາດສາມາດຢືນຢັນໄດ້ວ່າ ພາຍຫຼັງກອງປະຊຸມແຕ່ລະເທື່ອ, ການຮ່ວມມືລະຫວ່າງລະບົບສານ 3 ປະເທດລ້ວນແຕ່ມີບາດກ້າວພັດທະນາໃໝ່ ນັບທັງລວງກວ້າງ ແລະ ລວງເລິກ. ບັນດາໝາກຜົນນັ້ນບໍ່ພຽງແຕ່ປະກອບສ່ວນຍົກສູງຄຸນນະພາບການເຄື່ອນໄຫວຂອງສານແຕ່ລະປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງແທດຈິງເຂົ້າໃນການປັບປຸງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີສະໜິດຕິດພັນ ແລະ ການຮ່ວມມືຮອບດ້ານລະຫວ່າງ 3 ປະເທດອີກດ້ວຍ”.
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແບ່ງປັນບົດຮຽນກ່ຽວກັບວຽກງານປ້ອງກັນ, ຕ້ານອາຊະຍາກຳນຳໃຊ້ເຕັກໂນໂລຊີສູງ, ບົດຮຽນຍົກສູງປະສິດທິຜົນການແກ້ໄຂຄວາມຄັດແຍ່ງທາງແພ່ງ ແລະ ການຄ້າຂ້າມຊາຍແດນ; ບົດຮຽນພິພາກສາຄະດີ.






