ເດືອນຈຸດສຸມຕ້ານການຂຸດຄົ້ນ IUU ໄດ້ຜັນຂະຫຍາຍໃນຂອບເຂດທົ່ວປະເທດນັບແຕ່ວັນທີ 15 ສິງຫາ ຫາວັນທີ 15 ກັນຍາ 2026.
ກອງປະຊຸມຜັນຂະຫຍາຍການກະທຳແກ້ໄຂຕາມຂໍ້ສະເໜີແນະຂອງ EC ກ່ຽວກັບການຕ້ານການຂຸດຄົ້ນ IUU ຢູ່ຢາລາຍ (ພາບ: VNA)
ຕອນເຊົ້າວັນທີ 14 ສິງຫາ, ຢູ່ສູນກອງປະຊຸມແຂວງ ຢາລາຍ, ກະຊວງກະສິກຳ ແລະ ສິ່ງແວດລ້ອມໄດ້ປະສານສົມທົບກັບຄະນະກຳມະການປະຊາຊົນແຂວງ ຢາລາຍຈັດກອງປະຊຸມຜັນຂະຫຍາຍ ແຜນການກະທຳແກ້ໄຂບັນດາຂໍ້ສະເໜີແນະຂອງຄະນະກຳມະການເອີລົບ (EC) ແລະ ຜັນຂະຫຍາຍເດືອນຈຸດສຸມໃນການຕ້ານການຂຸດຄົ້ນສິນທະເລແບບພິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).
ເດືອນຈຸດສຸມຕ້ານການຂຸດຄົ້ນ IUU ໄດ້ຜັນຂະຫຍາຍໃນຂອບເຂດທົ່ວປະເທດນັບແຕ່ວັນທີ 15 ສິງຫາ ຫາວັນທີ 15 ກັນຍາ 2026. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ສຸມໃສ່ແກ້ໄຂບັນດາຂໍ້ຄົງຂ້າງໃນການຈົດທະບຽນ, ກວດກາ, ອອກໃບອະນຸຍາດ; ຕິດຕັ້ງ, ເຊື່ອມຈອດວັດຖຸອຸປະກອນຕິດຕາມການເດີນເຮືອ VMS, ຄວບຄຸມກຳປັ່ນຫາປາໃນການອອກ -ເຂົ້າທຽບທ່າ, ອັບເດັດຂໍ້ມູນອາຊີຫາປາ ແລະ ຄົ້ນຫາຕົ້ນກຳເນີດສິນໃນນ້ຳ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວໍວັນຮຶງ, ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ສິ່ງແວດລ້ອມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບ IUU ຫວຽດນາມ ເນັ້ນໜັກວ່າ:
ເປົ້າໝາຍຈະແຈ້ງທີ່ສຸດແມ່ນແກ້ໄຂບັນດາຂໍ້ຄົງຂ້າງ, ປະຕິບັດບັນດາຂໍ້ສະເໜີແນະຂອງ EC ຢ່າງຄົບຖ້ວນ, ແທ້ຈິງ. ພວກເຮົາຕ້ອງເກ້ຍກ່ອມດ້ວຍໝາກຜົນຕົວຈິງໃນການປະຕິບັດ, ດ້ວຍຂໍ້ມູນໂປ່ງໃສ, ເອກະສານມີການກວດກາ ແລະ ດ້ວຍບັນດາການເດີນທາງທະເລໃນຕົວຈິງ ແລະ ໃນທົ່ວລະບົບຕ່ອງໂສ້ການສະໜອງສິນໃນນ້ຳ. ເລື່ອງຍົກເລີກຄຳກ່າວເຕືອນທາງການຄ້າແມ່ນການຢັ້ງຢືນຄວາມສາມາດ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ໃນການຄຸ້ມຄອງບໍລິຫານອາຊີບຫາປາ, ປົກປ້ອງແຫຼ່ງຜົນປະໂຫຍດຈາກສິນໃນນ້ຳ, ປົກປ້ອງການຫາເງິນລ້ຽງຊີບຍາວນານຂອງຊາວປະມົງ, ອິດທິພົນຊື່ສຽງຂອງສິນໃນນ້ຳ ຫວຽດນາມ ແລະ ການປະຕິບັດຢ່າງມີຄວາມຮັບຜິດຊອບຂອງປະເທດມີທະເລ, ເຊື່ອມໂຍງເຂົ້າກັບປະຊາຄົມສາກົນຢ່າງເລິກເຊິ່ງກວ້າງຂວາງ.
(ແຫຼ່ງຄັດຈາກ VOV)