• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງການເຄື່ອນໄຫວສິນເຊື່ອທະນາຄານໃຫ້ຖືກຕ້ອງ

ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ທະນາຄານ ແລະ ບັນດາອົງການສິນເຊື່ອສຸມໃສ່ບັນດາມາດຕະການແກ້ໄຂລະອຽດເພື່ອແກ້ໄຂສິ່ງທ້າທາຍ, ຮັບປະກັນການສະໜອງແຫຼ່ງທຶນໃຫ້ແກ່ພື້ນຖານເສດຖະກິດຢ່າງພຽງພໍ.
  ທີ່ການ​ເຮັດ​ວຽກ. (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 13 ສິງ​ຫາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທີ່ ຮ່າ​ໂນ້ຍ, ທ່ານ ເລ​ມິນ​ຮຶງ, ນ​າ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເຮັດ​ວຽກ​ກັບ​ທະ​ນາ​ຄານ​ແຫ່ງ​ລັດ ຫ​ວຽດ​ນາມ ແລະ ລະ​ບົບ​ບັນ​ດ​າ​ອົງ​ການ​ສິນ​ເຊື່ອ.

ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ກໍ່​ຮຽກ​ຮ້ອງ​ໃຫ້​ທະ​ນາ​ຄານ​ແຫ່ງ​ລັດ ແລະ ບັນ​ດາ​ອົງ​ການ​ສິນ​ເຊື່ອ ບໍ່​ພຽງ​ແຕ​່​ຢຸ​ດ​ຢູ່​ທີ່​ກາ​ນ​ຕີ​ລາ​ຄາ​ຜົນ​ງານ​ເທົ່າ​ນັ້ນ, ຫາກ​ຍັງຮັບ​ຮູ້ຄວາມ​ສ່ຽງ​ມະ​ຫາ​ພາກ​ຢ່າງ​ກົມ​ໄປ​ກົງ​ມາ​ອີກ​ດ້ວຍ. ໜ້າ​ທີ່​ຂອງ​ທະ​ນາ​ຄານ​ແຫ່ງ​ລັດ​ແມ່ນ​ທັງ​ຄວບ​ຄຸ​ມ​ໄພ​ເງິນ​ເຟີ້, ທັງ​ໜູນ​ຊ່ວຍ​ການ​ເຕີບ​ໂຕ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ເນັ້ນ​ໜັກ​ວ່າ:

“ເປົ້າ​ໝາຍ​ໃນ​ອະ​ນາ​ຄົດແມ່ນ ພວກ​ເຮົາ​ຕ້ອງ​ພັດ​ທະ​ນາ​ຕະ​ຫຼາດ​ທຶນ, ຕະ​ຫຼາ​ດ​ພັນ​ທະ​ບັດ ເພື່ອ​ຈາກນັ້ນກໍ່​​ນຳ​ທາດ​ແທ້​ຂອງ​ການ​ເຄື່ອນ​ໄຫວ​ສິນ​ເຊື່ອ​ທະ​ນາ​ຄານ​ໃຫ້​ຖືກ​ຕ້ອງ​ຄືເປັນ​ການສະ​ໜອງ​ທຶນໄລ​ຍະ​ສັ້​ນໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ, ທຶນໝູນ​ວຽນ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ. ບັນ​ດາ​ແຫຼ່ງ​ທຶນ​​ການ​ລົງ​ທຶນໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ​ຕ້ອງ​ສຸມ​ເຂົ້າ​ບັນ​ດາການ​ກຳ​ນົດ​ລະ​ບອບ​ນິ​ຕິ​ກຳອື່ນ ແລະ ຕະ​ຫຼາດ​ອື່ນ”.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີກໍ່​ສະ​ເໜີ​ໃຫ້​ທະ​ນາ​ຄານ ແລະ ບັນ​ດາ​ອົງ​ການ​ສິນ​ເຊື່ອ​ສຸມ​ໃສ່​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂລະ​ອ​ຽດ​ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ, ຮັບ​ປະ​ກັນ​ການ​ສະ​ໜອງ​ແຫຼ່ງ​ທຶນ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ຢ່າງ​ພຽງ​ພໍ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ-ນິວ​ຊີ​ແລນ

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ-ນິວ​ຊີ​ແລນ

ສອງ​ຝ່າຍ​ຢືນ​ຢັນ​ຄືນ​ໃໝ່ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ ກໍ່​ຄື​ບົດ​ບາດ​ສຳ​ຄັນ​ຂອງ ອາ​ຊຽນ ແລະ ບັນ​ດາ​ກົນ​ໄກ​ໂດຍ ອາ​ຊຽນ ນຳ​ພາ

Top