ງານຕະຫຼາດນັດມີການເຂົ້າຮ່ວມຂອງຮ້ານວາງສະແດງສິນຄ້າເກືອບ 250 ຮ້ານທີ່ມາຈາກ 108 ວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງ 6 ແຂວງເຂດພາກກາງຕອນໃຕ້ລາວ (ອັດຕະປື, ຈຳປາສັກ, ເຊກອງ, ສາລາວັນ, ສະຫວັນນາເຂດ, ຄຳມ່ວນ).
ຮ້ານວາງສະແດງສິນຄ້າຂອງປະເທດ ສປປ.ລາວ (ພາບ: VNA)
ຕອນຄ່ຳວັນທີ 12 ສິງຫາ, ຢູ່ດ່ານັ້ງ, ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ການຄ້າຫວຽດນາມ ສົມທົບກັບພະແນກອຸດສາຫະກຳການຄ້ານະຄອນດ່ານັ້ງ ໄຂງານຕະຫຼາດນັດສາກົນການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ ແລວເສດຖະກິດຕາເວັນອອກ ຕາເວັນຕົກ - ດ່ານັ້ງ 2026.
ງານຕະຫຼາດນັດມີການເຂົ້າຮ່ວມຂອງຮ້ານວາງສະແດງສິນຄ້າເກືອບ 250 ຮ້ານທີ່ມາຈາກ 108 ວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງ 6 ແຂວງເຂດພາກກາງຕອນໃຕ້ລາວ (ອັດຕະປື, ຈຳປາສັກ, ເຊກອງ, ສາລາວັນ, ສະຫວັນນາເຂດ, ຄຳມ່ວນ). ກ່າວຄຳເຫັນທີ່ງານຕະຫຼາດນັດ, ທ່ານຟານທ້າຍບິ່ງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ຢັ້ງຢືນວ່າ:
ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບ, ຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນໃຫ້ຫຼາຍກວ່ອີກລະຫວ່າງບັນດາປະເທດໃນ ແລວເສດຖະກິດຕາເວັນອອກ ຕາເວັນຕົກ ແລະ ບັນດາປະເທດໃນພາກພື້ນ. ຂ້າພະເຈົ້າຫວັງວ່າຜ່ານງານຕະຫຼາດນັດນີ້ຈະມີຕື່ມອີກຫຼາຍການຮ່ວມມື, ບັນດາສັນຍາ, ຄຳໝັ້ນສັນຍາຮ່ວມມືໄດ້ສ້າງຕັ້ງລະຫວ່າງບັນດາກຸ່ມບໍລິສັດ, ວິສາຫະກິດພາຍໃນປະເທດ ແລະ ສາກົນ.
(ແຫຼ່ງຄັດຈາກ VOV)