ອົງການຄຸ້ມຄອງໄພພິບັດທຳມະຊາດແຫ່ງຊາດ ຍັງອັບເດັດຂໍ້ມູນກ່ຽວກັບການສົ່ງຜົນກະທົບຂອງເຫດແຜ່ນດິນໄຫວຢູ່ບັນດາເຂດຖືກຜົນສະທ້ອນ.
ເຫດແຜ່ນດິນໄຫວມີຄວາມແຮງ 7,7 ຣິກເຕີ (ພາບ: VNA)
ອົງການອຸຕຸນິຍົມ ແລະ ທໍລະນີຟີຊິກ ອິນໂດເນເຊຍ ໃຫ້ຮູ້ວ່າ ເຫດແຜ່ນດິນໄຫວມີຄວາມແຮງ 7,7 ຣິກເຕີ ພ້ອມກັບແຮງສັ່ນສະເທື່ອນອີກຫຼາຍຄັ້ງໄດ້ເກີດຂຶ້ນຢູ່ເຂດທະເລທາງທິດຕາເວັນອອກຂອງປະເທດນີ້ໃນຕອນເຊົ້າວັນທີ 15 ສິງຫາ, ແລະ ເກີດມີຄື້ນຟອງຍັກຕ່ຳກວ່າ 1ມ ຢູ່ບາງເຂດ.
ທ່ານ Emanuel Melkiades Laka Lena, ຜູ້ວ່າການລັດທາງທິດຕາເວັນອອກ Nusa Tenggara, ໃຫ້ຮູ້ວ່າ ມີ 5 ຄົນເສຍຊີວິດຍ້ອນເຮືອນຫຼັງໜຶ່ງຖືກຫັກພັງລົງໃນຂະນະທີ່ພວກເຂົາພວມນອນຢູ່. ໃນຂະນະນັ້ນ, ຕົວເລກຂອງອົງການຫຼຸດຜ່ອນໄພທຳມະຊາດແຫ່ງຊາດໃຫ້ຮູ້ວ່າ ມີ 2 ຄົນເສຍຊີວິດ ແລະ 4 ຄົນຮັບບາດເຈັບຕື່ມອີກ. ມີພົນລະເມືອງປະມານ 2.000 ຄົນໄດ້ອົບພະຍົບ ແລະ ມີເຮືອນຢູ່ອາໄສ, ສາງສິນຄ້າ ແລະ ສຳນັກງານລັດຖະບານຈຳນວນໜຶ່ງຖືກເປເພ.
ອົງການຄຸ້ມຄອງໄພພິບັດທຳມະຊາດແຫ່ງຊາດ ຍັງອັບເດັດຂໍ້ມູນກ່ຽວກັບການສົ່ງຜົນກະທົບຂອງເຫດແຜ່ນດິນໄຫວຢູ່ບັນດາເຂດຖືກຜົນສະທ້ອນ.
(ແຫຼ່ງຄັດຈາກ VOV)